ຂ່າວສານ

ໄຂງານ Festival ທັງ​ລອງ ຮ່າ​ໂນ້ຍ 2026

ຕອນ​ຄ່ຳ​ວັນ​ທີ 11 ກັນ​ຍາ, ຢູ່​ພະ​ລາດຊະວັງ ທັງ​ລອງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຮ່າ​ໂນ້ຍ ໄດ້​ໄຂງານ Festival ທັງ​ລອງ - ຮ່າ​ໂນ້ຍ 2026 ຄັ້ງ​ທີ II ປີ 2026 ດ້ວຍ​ຫົວ​ຂໍ້ “ກະ​ແສ​ມໍ​ລະ​ດົກ Heritage Flow”.
  ພິ​ທີ ໄຂງານ Festival ທັງ​ລອງ ຮ່າ​ໂນ້ຍ 2026 (ພາບ: VNA)  
ຕອນ​ຄ່ຳ​ວັນ​ທີ 11 ກັນ​ຍາ, ຢູ່​ພະ​ລາດຊະວັງ ທັງ​ລອງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຮ່າ​ໂນ້ຍ ໄດ້​ໄຂງານ Festival ທັງ​ລອງ - ຮ່າ​ໂນ້ຍ 2026 ຄັ້ງ​ທີ II ປີ 2026 ດ້ວຍ​ຫົວ​ຂໍ້ “ກະ​ແສ​ມໍ​ລະ​ດົກ Heritage Flow”. ພິ​ທີ​ໄຂ​ໄດ້​ຈັດ​ຕັ້ງ​ຕາມ​ທິດ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ສິ​ລະ​ປະ​ແບບ​ເກົ່າ ແລະ ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ. ບັນ​ດາ​ວັດ​ຖຸ​ພັນ​ທີ່​ເປັນ​ມູນ​ເຊື້ອ ໄດ້​ວາງ​ອອກ​ໃນ​ກະ​ແສ​ຢ່າງ​ຕໍ່​ເນ່ອງ, ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ ອະ​ດີດ​ຕະ​ການ - ປັດ​ຈຸ​ບັນ - ອະ​ນາ​ຄົດ, ທ່າມ​ກາງ​ສິ​ລະ​ປະ​ພື້ນ​ເມືອງ ແລະ ວິ​ທີ​ການ​ສະ​ແດງ​ໃນ​ຍຸກ​ສະໄໝ​. ໂຄງ​ການ​ໄດ້ໝູນ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ການ​ເບິ່ງຫຼາຍ​ພາ​ຫະ​ນະ​ຢ່າງ​ແຮງ ຄື ເຕັກ​ໂນ​ໂລ​ຢີ AR ເພື່ອ​ສະ​ແດງ​ບັນ​ດາ​ໂຄງ​ການ​ມໍ​ລະ​ດົກ​ດີ​ເດັ່ນ​ຂອງ ນະ​ຄອນ ຮ່າ​ໂນ້ຍ.

top