ຂ່າວສານ

ໄຂງານ Festival ດອກໄມ້ດ່າລາດ

      Festival ດອກໄມ້ດ່າລາດ ຄັ້ງທີ 7 ດ້ວຍຫົວຂໍ້ວ່າ “ດອກໄມ້ດ່າລາດ - ສິ່ງມະຫັດສະຈັນຈາກດິນແດນທີ່ອຸດົມສົມບູນ” ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 23 ທັນວາ, ຢູ່ເລີມດົ່ງ.

(ໄຂງານ Festival ດອກໄມ້ດ່າລາດ)
      Festival ດອກໄມ້ດ່າລາດ ຖືກດຳເດີນແຕ່ວັນທີ 23 – 27 ທັນວາ, ງານບຸນໄດ້ມີ 16 ລາຍການຕົ້ນຕໍ ແລະ ລາຍການອື່ນນັບສີບລາຍການ, ໂດຍບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນທັງພາຍໃນແຂວງ ແລະ ນອກແຂວງເຂົ້າຮ່ວມປະຕິບັດ. ທ່ານ ດ່ວານວັນວຽດ, ປະທານຄະນະກຳມະການປະຊາຊົນແຂວງ ເລີມດົ່ງ, ໃຫ້ຮູ້ວ່າ:
        “Festival ດອກໄມ້ດ່າລາດ ຄັ້ງທີ 7 ແມ່ນການເຄື່ອນໄຫວແທດຈິງ, ແນະນຳບັນດາທ່າແຮງຂອງນະຄອນ, ໂຄສະນາເຄື່ອງໝາຍການຄ້າດ່າລາດ ແລະ ການທ່ອງທ່ຽວຂອງ ດ່າລາດ”.
ແຫຼ່ງຄັດຈາກ VOV

top