ຂ່າວສານ

ໄຂກອງປະຊຸມໃຫຍ່ອົງຄະນະພັກສະພາແຫ່ງຊາດຄັ້ງທີ 1 ອາຍຸການ 2025 – 2030

ກອງປະຊຸມໃຫຍ່ຄັ້ງນີ້ໂດຍມີການເຂົ້າຮ່ວມຂອງຜູ້ແທນ 297 ທ່ານ ທີ່ຕາງໜ້າໃຫ້ສະມາຊິກພັກ 2.804 ຄົນທີ່ພວມດຳເນີນຊີວິດຢູ່ 11 ອົງຄະນະພັກຂຶ້ນກັບອົງຄະນະພັກສະພາແຫ່ງຊາດ.
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີໄຂ)

ຕອນເຊົ້າວັນທີ 25 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກສະພາແຫ່ງຊາດຄັ້ງທີ 1, ອາຍຸການ 2025 – 2030 ໄດ້ເລີ່ມເຮັດວຽກຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມໃຫຍ່.

        ດ້ວຍຫົວຂໍ້ “ສ້າງອົງຄະນະພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ການນຳສະພາແຫ່ງຊາດປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ກ້າວເຂົ້າສູ່ສັງກາດພັດທະນາຢ່າງວັດທະນາຖາວອນ, ສີວິໄລ, ຄວາມຜາສຸກຂອງຊາດຢ່າງໝັ້ນຄົງ”, ກອງປະຊຸມໃຫຍ່ຄັ້ງນີ້ໂດຍມີການເຂົ້າຮ່ວມຂອງຜູ້ແທນ 297 ທ່ານ ທີ່ຕາງໜ້າໃຫ້ສະມາຊິກພັກ 2.804 ຄົນທີ່ພວມດຳເນີນຊີວິດຢູ່ 11 ອົງຄະນະພັກຂຶ້ນກັບອົງຄະນະພັກສະພາແຫ່ງຊາດ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ອົງຄະນະພັກສະພາແຫ່ງຊາດໄດ້ສືບທອດ ແລະ ເສີມຂະຫຍາຍບັນດາໝາກຜົນ, ບົດຮຽນຂອງຄະນະຜູ້ແທນພັກສະພາແຫ່ງຊາດເມື່ອກ່ອນນີ້, ຍົກສູງຈິດໃຈສາມັກຄີ, ປ່ຽນແປງໃໝ່ໃນວຽກງານຊີ້ນຳ, ນຳພາ, ປະຕິບັດພາລະບົດບາດສ້າງລັດຖະທຳມະນູນ, ກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ. ເມື່ອເຕື້ອງເຖິງບັນດາຄວາມຮຽກຮ້ອງ, ໜ້າທີ່ໃນສັງກາດພັດທະນາໃໝ່ຂອງປະເທດຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ:

        “ສະພາບຕົວຈິງຂອງປະເທດຊາດພວມວາງອອກບັນດາບັນຫາຮີບດວນທີ່ຕ້ອງແກ້ໄຂ, ປະຊາຊົນພວມລໍຄອຍ ແລະ ຕັ້ງຄວາມຫວັງຕໍ່ບັນດາລັດຖະນະໂຍບາຍຂອງພັກ, ລັດ, ຮຽກຮ້ອງໃຫ້ສະພາແຫ່ງຊາດຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ວິທີເຮັດ”.

(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່)

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍ 3 ເປົ້າໝາຍ 100 ປີ, ວາງອອກຄວາມຮຽກຮ້ອງສູງ, ໜ້າທີ່ອັນໃຫຍ່ຫຼວງຕໍ່ວຽກງານຂອງສະພາແຫ່ງຊາດ, ພິເສດແມ່ນໜ້າທີ່ສ້າງລະບອບລະບຽບການໃຫ້ສົມບູນແບບ. ທ່ານເລຂາທິການໃຫຍ່ເຈາະຈີ້ມບັນດາຄວາມຮຽກຮ້ອງ, ການກຳນົດທິດວຽງານຈຸດສຸມເພື່ອໃຫ້ກອງປະຊຸມໃຫຍ່ປຶກສາຫາລື, ເຮັດແຈ້ງ, ສ້າງໃຫ້ສົມບູນແບບ ເພື່ອເປັນເອກະພາບການປະຕິບັດໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

    “ກົດດຳລັດແຕ່ລະສະບັບບໍ່ພຽງແຕ່ແມ່ນເອກະສານນິຕິກຳເທົ່ານັ້ນ, ຫາກຍັງແມ່ນການເຕົ້າໂຮມຂອງພູມປັນຍາ, ແນວຄິດ, ຄວາມມຸ່ງຫວັງຂອງປະຊາຊົນອີກດ້ວຍ. ສະມາຊິກສະພາແຫ່ງຊາດບໍ່ພຽງແຕ່ແມ່ນຜູ້ສ້າງກົດໝາຍ, ຜູ້ຕິດຕາມກວດກາ ຫຼື ອອກຄຳຕັດສິນເທົ່ານັ້ນ, ຫາກກ່ອນອື່ນໝົດແມ່ນ “ເປັນຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ” - ຜູ້ຕາງໜ້າທີ່ຈົງຮັກພັກດີໃຫ້ແກ່ສຽງເວົ້າ, ຄວາມຄາດຫວັງ, ສິດຜົນປະໂຫຍດອັນຊອບທຳຂອງຜູ້ມີສິດເລືອກຕັ້ງແລະ ຂອງທັງຊາດອີກດ້ວຍ. ສະມາຊິກສະພາແຫ່ງຊາດແຕ່ລະຄົນແມ່ນຂົວເຊື່ອມຕໍ່ມີຄວາມໄວ້ເນື້ອເຊື່ອໃຈ, ນຳລັດຖະນະໂຍບາຍທີ່ຖືກຕ້ອງຂອງສະພາແຫ່ງຊາດ ກັບຄືນເຂົ້າສູ່ຊີວິດ, ປະກອບສ່ວນຍົກສູງການດຳລົງຊີວິດໃນທຸກດ້ານໃຫ້ແກ່ປະຊາຊົນ”.

  ກ່ຽວກັບການກຳນົດທິດວຽກງານຈຸດສຸມ, ທ່ານເລຂາທິການໃຫຍ່ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ສຸມໃສ່ຊີ້ນຳສະພາແຫ່ງຊາດປະຕິບັດ 3 ໜ້າທີ່ສຳຄັນແມ່ນ ສ້າງກົດໝາຍ, ການຕິດຕາມກວດກາສູງສຸດ, ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດໃຫ້ເປັນຢ່າງດີ. ໃນຕອນເຊົ້າວັນທີ 25 ກັນຍາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກສະພາແຫ່ງຊາດຄັ້ງທີ 1, ອາຍຸການ 2025 – 2030, ໄດ້ອັດລົງພາຍຫຼັງເຮັດວຽກເປັນເວລາ 2 ວັນ.


top