ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ພັກກອມມູນິດ ຈີນ

ຕາມລາຍການເຮັດວຽກ, ຄາດວ່າ ບັນດາຜູ້ແທນຈະຮັບຟັງ ແລະ ປຶກສາຫາລືຮ່າງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຊຸດທີ XX.

ຕາມລາຍການເຮັດວຽກ, ຄາດວ່າ ບັນດາຜູ້ແທນຈະຮັບຟັງ ແລະ ປຶກສາຫາລືຮ່າງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຊຸດທີ XX.

    

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ພັກກອມມູນິດ ຈີນ

(ພາບ: Xinhua)

ຕອນເຊົ້າວັນທີ 16 ຕຸລາ, ຢູ່ຫໍສະພາປະຊາຊົນຈີນ, ທີ່ນະຄອນຫຼວງປັກກິງ ໄດ້ຈັດພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ພັກກອມມູນິດ ຈີນ (ກອງປະຊຸມໃຫຍ່ຄັ້ງທີ XX). ຕາມລາຍການເຮັດວຽກ, ຄາດວ່າ ບັນດາຜູ້ແທນຈະຮັບຟັງ ແລະ ປຶກສາຫາລືຮ່າງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຊຸດທີ XX, ຮ່າງບົດລາຍງານວຽກງານຂອງຄະນະກຳມະການກວດກາລະບຽບວິໄນຄະນະບໍລິຫານງານສູນກາງພັກຊຸດທີ XX, ພ້ອມກັນນັ້ນເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XX ແລະ ຄະນະກຳມະການກວດກາລະບຽບວິໄນຊຸດທີ XX… ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ລວມມີຜູ້ແທນ 2.296 ທ່ານ ທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 96 ລ້ານຄົນ ແລະ ອົງການຈັດຕັ້ງພັກຂັ້ນຮາກຖານ 4,9 ລ້ານອົງການຂອງພັກກອມມູນິດ ຈີນ. ກອງປະຊຸມໃຫຍ່ໄດ້ດຳເນີນໃນລະຫວ່າງວັນທີ 16 – 22 ຕຸລາ.

ກອງປະຊຸມໃຫຍ່ແມ່ນເຫດການສຳຄັນຍິ່ງສຳລັບ ຈີນ ໃນຈຸດເວລາເປັນຂໍກຸນແຈ ເມື່ອປະເທດນີ້ພວມກ້າວເຂົ້າສູ່ເສັ້ນທາງແຫ່ງການສ້າງສາປະເທດຊາດໃຫ້ສົມບູນແບບຕາມທິດສ້າງປະທດຈີນສັງຄົມນິຍົມທັນສະໄໝ.

ແຫຼ່ງຄັດຈາກ VOV


top