ຂ່າວສານ

ໄຂກອງປະຊຸມເທື່ອທີ 4 ສະພາປະຊາຊົນແຂວງ ຝູເທາະ

ໃນໄລຍະຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງແຂວງ ຝູເທາະ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢ່າງມີປະສິດທິຜົນ.

ໃນໄລຍະຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງແຂວງ ຝູເທາະ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢ່າງມີປະສິດທິຜົນ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນຊີ້ນຳກອງປະຊຸມ

(ພາບ: TTXVN)

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ແຂວງ ຝູເທາະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມເທື່ອທີ 4 ສະພາປະຊາຊົນແຂວງ ຝູເທາະ ຊຸດທີ 19, ອາຍຸການ 2021 – 2026.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ ໃນໄລຍະຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງແຂວງ ຝູເທາະ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢ່າງມີປະສິດທິຜົນ; ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ສ້າງພື້ນຖານໂຄງລ່າງໃຫ້ສົມບູນແບບ, ພັດທະນາວັດທະນະທຳ - ສັງຄົມຕາມທິດປົກປັກຮັກສາສິ່ງແວດລ້ອມ… ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ຊີ້ນຳໃຫ້ຄະນະປະຈຳສະພາປະຊາຊົນແຂວງ ຈັດຕັ້ງປະຕິບັດວຽກງານກຳນົດສະມາຊິກສະພາປະຊາຊົນໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນສະມາຊິກສະເພາະກິດໃຫ້ແກ່ອາຍຸການ 2026 – 2031.

(ແຫຼ່ງຄັດຈາກ VOV)


top