ບັນດາສະຫາຍຕ້ອງເຕົ້າໂຮມຢ່າງຄົບຖ້ວນຄຸນນະພາບດ້ານການເມືອງ, ຄຸນສົມບັດຊື່ກົງບໍລິສຸດ ແລະ ເປັນແບບຢ່າງ, ຖືຜົນປະໂຫຍດຂອງປະເທດ - ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ
ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14. ພາບ: VGP
ຕອນເຊົ້າວັນທີ 05 ພະຈິກ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ 2 ເນື້ອໃນໃຫຍ່, ນັ້ນແມ່ນໝວດບັນຫາກ່ຽວກັບວຽກງານກອງປະຊຸມໃຫຍ່ຊຸດທີ 14 ຂອງພັກ ແລະ ໝວດບັນຫາກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ປະກອບຄຳເຫັນກ່ຽວກັບຈຳນວນກຳມະການກົມການເມືອງ, ກຳມະການຄະນະເລຂາ ອາຍຸການກອງປະຊຸມຊຸດທີ 14 ແລະ ຄັດເລືອກບຸກຄະລາກອນ ເພື່ອແນະນຳເຂົ້າຮ່ວມກົມການເມືອງ, ຄະນະເລຂາຊຸດທີ 14. ນີ້ແມ່ນວຽກງານສຳຄັນຍິ່ງ, ເປັນແກ່ນສານ ຍ້ອນທຸກວຽກງານລ້ວນແຕ່ໄດ້ຕັດສິນໂດຍມະນຸດ.
“ບັນດາສະຫາຍຕ້ອງເຕົ້າໂຮມຢ່າງຄົບຖ້ວນຄຸນນະພາບດ້ານການເມືອງ, ຄຸນສົມບັດຊື່ກົງບໍລິສຸດ ແລະ ເປັນແບບຢ່າງ, ຖືຜົນປະໂຫຍດຂອງປະເທດ - ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ; ຕ້ອງມີວິໄສທັດຍຸດທະສາດ ແລະ ກຳລັງຄວາມສາມາດຈັດຕັ້ງ ເພື່ອແກ້ໄຂຈຸດອຸດຕັນ, ປຸກລຸກແຫຼ່ງກຳລັງ, ເຕົ້າໂຮມກຳລັງແຮງ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງດ້ານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ; ຄວາມສາມາດເຊື່ອມໂຍງເຂົ້າກັບສາກົນ, ພາສາຕ່າງປະເທດ ແລະ ວັດທະນະທຳການໂອ້ລົມສົນທະນາ ເພື່ອເປີດກວ້າງການພັດທະນາ…”
ເມື່ອເຕື້ອງເຖິງເນື້ອໃນສະຫຼຸບມະຕິເລກທີ 18 ລົງວັນທີ 25 ຕຸລາ 2017 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ບາງບັນຫາກ່ຽວກັບການສືບຕໍ່ຊັບຊ້ອນກົງຈັກລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເພື່ອໃຫ້ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນເສີມຂະຫຍາຍປະສິດທິຜົນຢ່າງສຸດຂີດ, ຕ້ອງຮັບປະກັນລັກສະນະເຊື່ອມຕໍ່, ເພີ່ມເຕີມຂອງອຳນາດການປົກຄອງ 3 ຂັ້ນ (ສູນກາງ - ແຂວງ/ນະຄອນ - ຕາແສງ) ຕາມ 3 ເສົາຄ້ຳ: ລະບອບລະບຽບການ - ແຫຼ່ງກຳລັງ - ຂໍ້ມູນ.
ຄາດວ່າ, ກອງປະຊຸມຈະເຮັດວຽກຮອດວັນທີ 06 ພະຈິກ.