ຂ່າວສານ

ໄຂກອງປະຊຸມສຸດຍອດຊີວະວິທະຍາໂລກ 2022 ຢູ່ ເຊີອຸນ

ກອງປະຊຸມໂດຍລັດຖະບານ ສ.ເກົາຫຼີ ແລະ ອົງການອະນາໄມໂລກ (WHO) ຮ່ວມກັນຈັດຂຶ້ນໃນລະຫວ່າງວັນທີ 25 – 26 ຕຸລາ.
  ກອງປະຊຸມສຸດຍອດຊີວະວິທະຍາໂລກ 2022 (ພາບ: Yonhap)  

ກອງປະຊຸມສຸດຍອດຊີວະວິທະຍາໂລກ 2022 (World Bio Summit 2022) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ເຊີອຸນ ໃນວັນທີ 25 ຕຸລາ ດ້ວຍຫົວຂໍ້ “ອະນາຄົດຂອງ ວັກຊິນ ແລະ ສຸຂະພາບຊີວະວິທະຍາ”. ກອງປະຊຸມໂດຍລັດຖະບານ ສ.ເກົາຫຼີ ແລະ ອົງການອະນາໄມໂລກ (WHO) ຮ່ວມກັນຈັດຂຶ້ນໃນລະຫວ່າງວັນທີ 25 – 26 ຕຸລາ. ກອງປະຊຸມໄດ້ເຕົ້າໂຮມເອົາການນຳໂລກ, ນັກຊ່ຽວຊານໃນຂົງເຂດວັກຊິນ ແລະ ຊີວະວິທະຍາ ທີ່ມາຈາກ 18 ປະເທດ ແລະ ອົງການຈັດຕັ້ງຢູ່ ເອີລົບ, ອາຊີ ແລະ ອາຟະລິກາ, ພ້ອມກັບນັກການທູດປະມານ 20 ທ່ານ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ມີບົດກ່າວປາໄສຜ່ານຄຼິບວີດີໂອ ສົ່ງເຖິງກອງປະຊຸມ.

ທີ່ກອງປະຊຸມ, ບັນດາປະມຸກລັດ ແລະ ລັດຖະມົນຕີກະຊວງສາທາລະນະສຸກຂອງບັນດາປະເທດ, ຫົວໜ້າອົງການຈັດຕັ້ງສາກົນ, ຜູ້ຕາງໜ້າບັນດາບໍລິສັດວັກຊິນ ແລະ ຊີວະວິທະຍາ ພ້ອມກັນແລກປ່ຽນ, ແບ່ງປັນທ່າອ່ຽງໃໝ່ສຸດກ່ຽວກັບວັກຊິນ ແລະ ເຕັກໂນໂລຊີ ຊີວະວິທະຍາໃນໄລຍະຫຼັງໂລກລະບາດໂຄວິດ-19, ພ້ອມທັງ ປຶກສາຫາລືກ່ຽວກັບວິທີເພື່ອເພີ່ມທະວີຄວາມສາມາດຮັບມືກັບພະຍາດຕິດແປດໃນອະນາຄົດ.


top