ຂ່າວສານ

ໄຂກອງປະຊຸມສຸດຍອດ 16 ປະເທດເອີຣົບກາງ - ເອີຣົບຕາເວັນອອກ ແລະ ຈີນ ຢູ່ ບຸນກາຣີ

      ກອງປະຊຸມສຸດຍອດຄັ້ງທີ 7 ບັນດາການນຳ 16 ປະເທດ ເອີຣົບກາງ - ເອີຣົບຕາເວັນອອກ (CEEC) ແລະ ຈີນ (16+1) ໄດ້ດຳເນີນໃນວັນທີ 07 ກໍລະກົດ ຢູ່ນະຄອນຫລວງ Sofia ປະເທດ ບຸນກາຣີ ດ້ວຍເປົ້າໝາຍຊຸກຍູ້ການຮ່ວມມື 2 ຝ່າຍເພື່ອຜົນປະໂຫຍດຂອງ 2 ຝ່າຍກໍ່ຄືຂອງ ເອີຣົບ ແລະ ໂລກ.

ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ແລະ ທ່ານນາງນາຍົກລັດຖະມົນຕີ ລັດເວຍ Laimdota Straujuma
(ພາບ: Reuters)
      ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Boyko Borissov ຢືນຢັນວ່າ: ກອງປະຊຸມສຸດຍອດຈະຊ່ວຍໃຫ້ ເອີຣົບ ເຂັ້ມແຂງກ່ວາເກົ່າພ້ອມທັງອະນຸຍາດໃຫ້ບັນດາປະເທດດ້ອຍພັດທະນາຄ່ອຍໆທ່ວງທັນກັບລະດັບການພັດທະນາຂອງບັດດາປະເທດທີ່ກ້າວໜ້າໃນພາກພື້ນ.
        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ເນັ້ນໜັກວ່າ ກອງປະຊຸມສຸດຍອດ 16+1 ບໍ່ແນໃສ່ກໍ່ຄວາມແບ່ງແຍກ ເອີຣົບ, ແຕ່ກົງກັນຂ້າມມັນພັດສ້າງໂອກາດໃໝ່ໃຫ້ການພັດທະນາໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)


top