ຂ່າວສານ

ໄຂກອງປະຊຸມສຳມະນາຂັ້ນສູງ ຫວຽດນາມ - ຍີ່ປຸ່ນ

ອງປະຊຸມສຳມະນາມີຄວາມໝາຍສຳຄັນເພື່ອໃຫ້ 2 ຝ່າຍໄຈ້ແຍກກາລະໂອກາດ ກໍ່ຄືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່.
  (ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ)  

ຕອນເຊົ້າວັນທີ 07 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ເຂົ້າຮ່ວມ “ກອງປະຊຸມສຳມະນາເສດຖະກິດຂັ້ນສູງ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973-2023). ກອງປະຊຸມສຳມະນາໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ສະຖານທູດ ຍີ່ປຸ່ນ ແລະ ສະຫະພັນບັນດາອົງການເສດຖະກິດ ຍີ່ປຸ່ນ (KEIDANREN) ຮ່ວມກັນຈັດຂຶ້ນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ, ບົນພື້ນຖານການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ, ມີຄວາມໄວ້ເນື້ອເຊື່ອໃຈເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ”, ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງ 2 ປະເທດຍັງມີຫຼາຍ.  ກອງປະຊຸມສຳມະນາມີຄວາມໝາຍສຳຄັນເພື່ອໃຫ້ 2 ຝ່າຍໄຈ້ແຍກກາລະໂອກາດ ກໍ່ຄືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່; ແບ່ງປັນບົດຮຽນ ເພື່ອຈາກນັ້ນວາງອອກທິດທາງ, ໜ້າທີ່ມາດຕະການແກ້ໄຂໃນໄລຍະຈະມາເຖິງ ແລະ ເພື່ອປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ໃກ້ຊິດສະໜິດສະໜົມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາວິສາຫະກິດມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເວົ້າລວມ ແລະ ຍີ່ປຸ່ນ ເວົ້າສະເພາະ ຈະເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີທີ່ຄຸນນະພາບສູງ, ນຳໃຊ້ວິທະຍາສາດການຄຸ້ມຄອງທີ່ກ້າວໜ້າ, ບັນລຸປະສິດທິຜົນ; ຍູ້ແຮງການຄົ້ນຄວ້າ - ພັດທະນາ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ປະກອບສ່ວນນຳ ຫວຽດນາມ ກາຍເປັນໃຈກາງໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ.

 


top