ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV ໂຮມປະຊຸມເປັນ 2 ຄັ້ງ

ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາກົດໝາຍ 8 ສະບັບ, ໃນນັ້ນມີ: ກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປະມູນ (ສະປັບປັບປຸງ)...
ພາບປະກອບ

ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໂຮມປະຊຸມຢູ່ຮ່າໂນ້ຍ ແລະ ໄດ້ດຳເນີນເປັນ 2 ຄັ້ງ, ຄັ້ງທີ 1 ແຕ່ວັນທີ 22 ພຶດສະພາ ຮອດວັນທີ 10 ມິຖຸນາ ແລະ ຄັ້ງທີ 2 ແຕ່ວັນທີ 19 ມິຖຸນາ ຫາວັນທີ 23 ມິຖຸນາ.

ຄາດວ່າ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາກົດໝາຍ 8 ສະບັບ, ໃນນັ້ນມີ: ກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປະມູນ (ສະປັບປັບປຸງ); ກົດໝາຍວ່າດ້ວຍການແລກປ່ຽນຊື້ຂາຍທາງເອເລັກໂຕນິກ (ສະບັບປັບປຸງ); ກົດໝາຍວ່າດ້ວຍສະຫະກອນ (ສະປັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ ຂອງພົນລະເມືອງ ຫວຽດນາມ; ກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ຜ່ານແດນ, ຢູ່ອາໄສຂອງຊາວ ຕ່າງປະເທດ ຢູ່ ຫວຽດນາມ. ມະຕິ 2 ສະບັບຈະໄດ້ສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາ ແມ່ນມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດ ປີ 2024, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດ ປີ 2023 ແລະ ມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມ ມະຕິເລກທີ 85 ກ່ຽວກັບການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນ ເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ສະພາແຫ່ງຊາດ ກໍ່ຈະປະກອບຄຳເຫັນໃສ່ 8 ໂຄງການກົດໝາຍ, ໃນນັ້ນພິເສດແມ່ນ: ກົດໝາຍວ່າດ້ວຍທີ່ດິນ (ສະປັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດອາສັງຫະລິມະຊັບ (ສະປັບປັບປຸງ); ກົດໝາຍວ່າດ້ວຍເຮືອນຢູ່ອາໄສ (ສະປັບປັບປຸງ)…


top