ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມຊຸດທີ XV ຢ່າງສົມກຽດ

ໃນບົດກ່າວໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄາດວ່າຈະດຳເນີນ 21 ວັນ.

ໃນບົດກ່າວໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄາດວ່າຈະດຳເນີນ 21 ວັນ.

    

ພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ເຂົ້າຮ່ວມພິທີໄຂ, ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບຜູ້ແທນຂອງ 63 ຄະນະສະມາຊິກສະພາແຫ່ງຊາດ, ບັນດາເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ, ຫົວໜ້າອົງການຕາງໜ້າສາກົນປະຈຳ ຮ່າໂນ້ຍ.

        ໃນບົດກ່າວໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄາດວ່າຈະດຳເນີນ 21 ວັນ. ສະພາແຫ່ງຊາດຈະພິຈາລະນະ, ປະກອບຄຳເຫັນ ແລະ ຕັດສິນບັນດາເນຶ້ື້ອໃນສຳຄັນ, ໃນນັ້ນມີການພິຈາລະນາບົດລາຍງານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2023; ສະພາບການ, ໝາກຜົນແຫ່ງການປະຕິບັດແຜນການລົງທຶນຂອງລັດ 2022, ຄາດຄະເນແຜນການລົງທຶນຂອງລັດປີ 2023…

ກ່ຽວກັບການຕັດສິນກ່ຽວກັບບັນດາບັນຫາສຳຄັນອື່ນຂອງປະເທດຊາດ, ສະພາແຫ່ງຊາດຈະພິຈາລະນາ, ຕັດສິນບັນດາການພົ້ນຕຳແໜ່ງ, ເລືອກຕັ້ງຫົວໜ້າອົງການກວດສອບແຫ່ງລັດ; ພົ້ນຕຳແໜ່ງ, ໃຫ້ສັດຕະຍາບັນຂໍ້ສະເໜີແຕ່ງຕັ້ງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ; ໃຫ້ສັດຕະຍາບັນສະເໜີແຕ່ງຕັ້ງລັດຖະມົນຕີກະຊວງສາທາລະນະສຸກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

        “ໂດຍສືບຕໍ່ ແລະ ເສີມຂະຫຍາຍບັນດາຜົນງານດີງາມຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ດ້ວຍບັນດາລັດຖະນະໂຍບາຍສຳຄັນ, ຫັນບັນດາໜ້າທີ່ຫຼັກແຫຼ່ງ ແລະ ບັນຫາໃຫຍ່ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນລະອຽດ, ກອງປະຊຸມຄັ້ງນີ້ຕ້ອງສະແດງໃຫ້ເຫັນຄວາມເຂັ້ມຂຸ້ນ, ມີຄວາມໝາຍແຜ່ຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມຄະນະບໍລິຫານງານສູນກາງພັກ ຕິດພັນກັບບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ສະຫຼາດສ່ອງໃສ ທັງກ່ຽວກັບດ້ານນິຕິບັນຍັດ, ຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ”

        ພາຍຫຼັງບົດກ່າວປາໄສຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຜ່ານບົດລາຍງານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022, ຄາດຄະເນແຜນການປີ 2023. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ທ່າຟື້ນຟູການເຕີບໂຕ 9 ເດືອນໄດ້ສະແດງອອກຢ່າງຈະແຈ້ງຢູ່ໃນ 3 ຂົງເຂດເສດຖະກິດ. ຄາດວ່າທັງປີ, ລະດັບການເຕີບໂຕ GDP ຈະບັນລຸປະມານ 8%, ລື່ນກາຍຄາດໝາຍວາງອອກ (6 - 6,5%), ສ້າງທ່າສຳຄັນໃຫ້ແກ່ຊຸມປີຕໍ່ໄປ ເພື່ອປະຕິບັດຄາດໝາຍການເຕີບໂຕເສດຖະກິດຂອງແຜນການ 5 ປີ 2021  2025 ໄດ້ວາງອອກ.”

ແຫຼ່ງຄັດຈາກ VOV


top