ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ລາວ ຊຸດທີ IX

ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ.ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ.

ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ.

   

ພິທີໄຂກອງປະຊຸມ

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຊີ້ແຈ້ງວ່າ, ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກສະແຫ່ງຊາດຈະຮັບຟັງ, ປຶກສາຫາລື ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງປະເທດຊາດ ລວມມີ ບົດລາຍງານຂອງນາຍົກລັດຖະມົນຕີກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ແຜນງົບປະມານຂອງລັດ, ແຜນການເງິນຕາ 6 ເດືອນຕົ້ນປີ ແລະ ແຜນການຜັນຂະຫຍາຍ 6 ເດືອນທ້າຍປີ 2022.

        ກອງປະຊຸມກໍ່ພິຈາລະນາບົດລາຍງານຂອງລັດຖະບານ ລາວ ກ່ຽວກັບຄວາມຄືບໜ້າການປະຕິບັດ 2 ໂຄງການແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍໃໝ່ 3 ສະບັບ ແລະ ປັບປຸງຮ່າງກົດໝາຍ (ສະບັບປັບປຸງ) 9 ສະບັບ…

(ແຫຼ່ງຄັດຈາກ VOV)


top