ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຕ້ອງສຸມໃສ່ເປັນຢ່າງສູງເພື່ອປະຕິບັດສຳເລັດວຽກງານອັນໃຫຍ່ຫຼວງດ້ວຍຫຼາຍເນື້ອໃນສຳຄັນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນໄຂກອງປະຊຸມ (ພາບ: VNA)
ມີທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນ
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມພິທີໄຂກອງປະຊຸມມີທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ. ພິທີໄຂກອງປະຊຸມໄດ້ຮັບການຖ່າຍທອດສົດທາງວິທະຍຸກະຈາຍສຽງ, ໂທລະພາບ ເພື່ອໃຫ້ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດຕິດຕາມ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຕ້ອງສຸມໃສ່ເປັນຢ່າງສູງເພື່ອປະຕິບັດສຳເລັດວຽກງານອັນໃຫຍ່ຫຼວງດ້ວຍຫຼາຍເນື້ອໃນສຳຄັນ. ກ່ຽວກັບວຽກງານນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ:
“ສະພາແຫ່ງຊາດຈະພິຈາລະນາຮ່າງກົດໝາຍ, ມະຕິ 47 ສະບັບ, ໃນນັ້ນຄາດວ່າຈະພິຈາລະນາ, ຮັບຮອງຮ່າງກົດໝາຍ, ມະຕິ 43 ສະບັບ ແລະ ຈະປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນໆ 4 ສະບັບ. ນີ້ແມ່ນຈຳນວນວຽກງານນິຕິບັນຍັດຫຼາຍທີ່ສຸດນັບແຕ່ຕົ້ນອາຍຸການສະພາແຫ່ງຊາດຊຸດທີ 16 ມາຮອດປະຈຸບັນ. ຮ່າງກົດໝາຍຫຼາຍສະບັບສົ່ງຜົນກະທົບໂດຍກົງຕໍ່ການຜະລິດ, ດຳເນີນທຸລະກິດ, ສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ວິສາຫະກິດ ແລະ ການພັດທະນາຂອງປະເທດຊາດ”.
ສຳລັບວຽກງານຕິດຕາມກວດກາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:
“ສະພາແຫ່ງຊາດຈະພິຈາລະນາບົດລາຍງານລວມກ່ຽວກັບຄຳເຫັນປະກອບ, ຂໍ້ສະເໜີແນະຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຜົນຂອງການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ວຽກງານຮັບພົນລະເມືອງ, ການແກ້ໄຂໃບຮ້ອງທຸກ ແລະ ກ່າວຟ້ອງ, ການດຳເນີນການຊັກຖາມ, ຕອບຄຳຊັກຖາມ. ແຕ່ລະຄຳເຫັນ, ການຕັດສິນ ຕ້ອງຖືຜົນປະໂຫຍດຂອງຊາດ, ຜົນປະໂຫຍດຂອງປະຊາຊົນ ແລະ ສິດຜົນປະໂຫຍດອັນສອດຄ່ອງກັບໝາຍຂອງປະຊາຊົນເໜືອກວ່າສິ່ງໃດໝົດ”.