ຂ່າວສານ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ G7

ວັນທີ 11 ທັນວາ ບັນດາທ່ານລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວຫນ້າຂອງໂລກ (G7) ໄດ້ເລີ່ມຕົ້ນກອງປະຊຸມທີ່ແກ່ຍາວມາເປັນເວລາ 2 ມື້ ຢູ່ ນະຄອນ Liverpool ຂອງອັງກິດ.

ບັນດາທ່ານລັດຖະມົນຕີການຕ່າງປະເທດຂອງອັງກິດ, ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ ແລະ ອາເມລິກາ ພ້ອມກັບ ສະຫະພາບເອີລົບ ຄາດວ່າ ຈະປຶກສາຫາລືຫລາຍບັນຫາ, ໃນນັ້ນ ມີມາດຕະການຮັບປະກັນການຟື້ນຟູເສດຖະກິດ ຫລັງໂຄວິດ 19. ນີ້ກໍ່ແມ່ນຄັ້ງທຳອິດລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ (ເວັ້ນເສຍແຕ່ ມຽນມາ) ຈະເຂົ້າຮ່ວມການປຶກສາຫາລືກັບບັນດາລັດຖະມົນຕີການຕ່າງປະເທດ G7 ທີ່ກອງປະຊຸມດຳເນີນໃນວັນທີ 12 ທັນວາ.

          ອັງກິດ ແມ່ນປະເທດພວມຮັກສາຕຳແຫນ່ງປະທານໝູນວຽນ G7 ກໍ່ໄດ້ເຊື້ອເຊີນ ອົດສະຕາລີ, ສ ເກົາຫລີ ແລະ ອິນເດຍ ເຂົ້າຮ່ວມບັນດາກອງປະຊຸມເປີດ ເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ລວມມີ ຄວາມໝັ້ນຄົງແຫ່ງຊາດ, ບັນດາມາດຕະການຮັບມືກັບໂລກລະບາດໂຄວິດ ໃນສະພາບຄວາມວິຕົກກັງວົນຕໍ່ການແຜ່ລາມຂອງກາຍພັນ Omicron.

(ແຫຼ່ງຄັດຈາກ VOV)


top