ຂ່າວສານ

ໄຂກອງປະຊຸມລັດຖະມົນຕີ ອາຊຽນ

ວັນທີ 22 ມິຖຸນາ, ກອງປະຊຸມຂັ້ນລັດຖະມົນຕີຂອງ ອາຊຽນ ແລະ ບັນດາການເຄື່ອນໄຫວທາງການຂອງການນໍາ ອາຊຽນ ຢູ່ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ໄດ້ເລີ່ມດໍາເນີນຢູ່ ບາງກອກ, ປະເທດໄທ. 

ບັນດາເຈົ້າໜ້າທີ່ ອາຊຽນ ທີ່ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ (ພາບ: baoquocte.vn)

ກ່ອນໜ້ານັ້ນ, ວັນທີ 21 ມິຖຸນາ, ທີ່ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ (SOM), ບັນດາເຈົ້າໜ້າທີ່ ອາຊຽນ ໄດ້ສໍາຫຼວດກວດຄືນວຽກງານການກະກຽມທຸກດ້ານໃຫ້ແກ່ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34; ແລກປ່ຽນກ່ຽວກັບສະພາບການຜັນຂະຫຍາຍບັນດາບຸລິມະສິດຕາມເນື້ອໃນຈິດໃຈຂອງຫົວຂໍ້ຂອງປີ ກ່ຽວກັບ “ການເພີ່ມທະວີຄູ່ຮ່ວມມື ເພື່ອຄວາມຍືນຍົງ” ແລະ ບາງເນື້ອໃນກ່ຽວກັບການພົວພັນຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າ SOM ອາຊຽນ - ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວ໊ກຢຸງ ຢັ້ງຢືນວ່າ ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມການປະກອບສ່່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ ອາຊຽນ ປະຕິບັດບັນດາເປົ້າໝາຍກ່ຽວກັບການພັດທະນາແບບຍືນຍົງ ຕາມເນື້ອໃນຈິດໃຈຂອງຫົວຂໍ້ຂອງປີ; ປະກອບສ່່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງເປັນກອງປະຊຸມຂັ້ນສູງທໍາອິດຂອງປີ 2019 ທີ່ມີລັກສະນະກໍານົດທິດໃຫ້ແກ່ການຮ່ວມມືທັງປີຂອງ ອາຊຽນ. ດ້ວຍຖານະເປັນປະເທດປະສານງານ ກ່ຽວກັບການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ, ຫວຽດນາມ ກໍໄດ້ອັບເດດກ່່ຽວກັບສະພາບການຜັນຂະຫຍາຍການປະຕິບັດບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ,ໃນນັ້ນ ມີບັນດາການເຄື່ອນໄຫວໃນຂອບເຂດ ວັນ ອາຊຽນ - ຍີ່ປຸ່ນ ຢູ່ຫວຽດນາມ ປີ 2019.
(ແຫຼ່ງຄັດຈາກ VOV)

top