ດ້ວຍຫົວຂໍ້ວ່າ: “ຮ່ວມເດີນທາງພ້ອມກັບວິສາຫະກິດ”, ກອງປະຊຸມປຶກສາຫາລືຄັ້ງທີ 2 ລະຫວ່າງ ນາຍົກລັດຖະມົນຕີ ກັບວິສາຫະກິດ ດຳເນີນໃນຕອນເຊົ້າວັນທີ 17 ພຶດສະພາ ຢູ່ ຫໍກອງປະຊຸມແຫ່ງຊາດ ຮ່າໂນ້ຍ ພາຍໃຕ້ການເປັນປະເທດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.
ຜູ້ແທນເຂົ້າຮ່ວມກອງປະຊຸມ
ເຂົ້າຮ່ວມກອງປະຊຸມ ມີທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມີນ, ບັນດາສະມາຊິກຄະນະລັດຖະບານ ແລະ ບັນດາສະຫະສະມາຄົມອາຊີບພ້ອມກັບນັກທຸລະກິດ 2000 ຄົນ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກບັນດາຜູ້ແທນປະກອບຄຳເຫັນຢ່າງກົງໄປກົງມາ, ຈິງໃຈ ແລະ ສ້າງສັນ, ຜ່ານນັ້ນ ສະເຫນີຫລາຍມາດຕະການແທດຈິງກ່ຽວກັບການປະຕິຮູບລະບຽບການບໍລິຫານ, ສ້າງລັດຖະບານແຫ່ງການກະທຳ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)