ຂ່າວສານ

ໄຂກອງປະຊຸມຜູ້ບັນຊາການທະຫານບົກ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

 ກອງປະຊຸມຜູ້ບັນຊາການທະຫານບົກ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ຄັ້ງທີ 11 (IPACC 11) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 09 ກັນຍາ ຢູ່ ບາງກອກ,ປະເທດ ໄທ ພາຍໃຕ້ການເປັນປະທານຮ່ວມຂອງກອງບັນຊາການທະຫານບົກ ໄທ ແລະ ກອງບັນຊາການທະຫານບົກ ອາເມລິກາ. ທ່ານພົນຕີ ຫງວຽນເຕີນເກື່ອງ, ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກອງທັບຫວຽດນາມ ເຂົ້າຮ່ວມກອງປະຊຸມ.

 ບັນດາຜູ້ແທນທີ່ພິທີໄຂ (ພາບ: TTXVN)

ດ້ວຍຫົວຂໍ້ “ຮັບປະກັນຄວາມສະຫງົບແບບຍືນຍົງ: ທັດນະນະໃໝ່ຂອງກໍາລັງທະຫານບົກ ບັນດາປະເທດ ມະຫາສະໝຸດອິນເດຍ - ປາຊີຟິກ”, ກອງປະຊຸມດັ່ງກ່າວ  ມຸ່ງໄປເຖິງການຊຸກຍູ້ການສ້າງຄວາມເຊື່ອໝັ້ນ, ຄວາມເຂົກອົກເຂົ້າໃຈກັນ ແລະ ການຮ່ວມມືລະຫວ່່າງທະຫານຍົກຂອງບັນດາປະເທດໃນພາກພື້ນ. ກອງປະຊຸມຖືກດໍາເນີນໃນລະຫວ່າງວັນທີ 9 – 11 ກັນຍາ, ໃນນັ້ນ ບັນດາການນໍາທະຫານບົກຂັ້ນສູງ ຈະດໍາເນີນການປຶກສາຫາລື, ເຂົ້າຮ່ວມບັນດາວາລະປະຊຸມຄົບຄະນະ, ຮັບຟັງບົດປະກອບຄໍາເຫັນຂອງແຂກຖືກເຊີນກິຕິມະສັກ ດ້ວຍເປົ້າໝາຍພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງທະຫານບົກບັນດາປະເທດສະມາຊິກ, ມຸ່ງໄປສູ່ຄວາມສະຫງົບແບບຍືນຍົງ. ກອງປະຊຸມຄຸ້ມຄອງທະຫານບົກ ມະຫາສະໜຸດອິນເດຍ - ປາຊີຟິກ (IPAMS) ປະຈໍາປີ ແລະ ເວທີປາໄສການນໍານາຍຊີບ (SELF) ກໍຈະຖືກດໍາເນີນໃນໄລຍະເວລາ ແລະ ສະຖານທີ່ດຽວກັນກັບ ກອງປະຊຸມ IPACC. 
(ແຫຼ່ງຄັດຈາກ VOV)

top