ຂ່າວສານ

ໄຂກອງປະຊຸມບັນດາການນຳ ອາຊຽນ

ເຂົ້າຮ່ວມລວມມີການນຳ 10 ປະເທດສະມາຊິກ ອາຊຽນ ແມ່ນ ປະເທດເຈົ້າພາບ ອິນໂດເນເຊຍ, ບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ຟິລິບປິນ, ສິງກະໂປ, ຫວຽດນາມ, ໄທ ແລະ ທ່ານ Min Aung Hlaing, ການນຳກອງທັບ ມຽນມາ. ພາບ: ເຢືອງຢາງ/VNA   
ກອງປະຊຸມບັນດາການນຳ ອາຊຽນ ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 24 ເມສາ 2021 ທີ່ສຳນັກງານ ຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ ປະເທດ ອິນໂດເນເຊຍ.
ເຂົ້າຮ່ວມລວມມີການນຳ 10 ປະເທດສະມາຊິກ ອາຊຽນ ແມ່ນ ປະເທດ ເຈົ້າພາບ ອິນໂດເນເຊຍ, ບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ຟິລິບປິນ, ສິງກະໂປ, ຫວຽດນາມ, ໄທ ແລະ ທ່ານ Min Aung Hlaing, ການນຳກອງທັບ ມຽນມາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຄາດຄະເນວ່າ ກອງປະຊຸມຈະສົນທະນາ ແລະ ໃຫ້ຄຳຄິດເຫັນກ່ຽວກັບວຽກງານກໍ່ສ້າງປະຊາຄົມ ອາຊຽນ, ຄວາມມານະພະຍາຍາມໃນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19 ແລະ ຟື້ນຟູເສດຖະກິດ, ການພົວພັນກັບຕ່າງປະເທດຂອງ ອາຊຽນ ແລະ ບັນດາບັນຫາໃນພາກພື້ນ, ໃນນັ້ນ ມີວິກິດການຢູ່ ມຽນມາ. 
ເພື່ອຮັບປະກັນຄວາມສະຫງົບໃຫ້ແກ່ກອງປະຊຸມ, ປະເທດ ອິນໂດເນເຊຍ ໄດ້ລະດົມຈຳນວນຕຳຫຼວດ 4.382 ຄົນ ມາເຂົ້າຮ່ວມການປ້ອງກັນທີ່ 51 ຈຸດໃນທົ່ວນະຄອນຫຼວງ ຈາກາຕາ. ການປ້ອງກັນຄວາມສະຫງົບໄດ້ແບ່ງເປັນ 3 ຮອບ, ໃນນັ້ນ ຮອບທີສາມ ໂດຍຕຳຫຼວດແຫ່ງຊາດ ຮັບຜິດຊອບ, ຮອບໜຶ່ງ ແລະ ຮອບສອງ ໄດ້ຮັບການຕິດຕາມກວດກາຂອງກຳລັງປ້ອງກັນຄວາມສະຫງົບ ປະທານາທິບໍດີ ແລະ ກອງບັນຊາການ ກອງທັບ ເຂດ ດ້າຍ ຈາກາຕາ.
ປະຕິບັດ: VNA/VNP


top