ຂ່າວສານ

ໄຂກອງປະຊຸມທາງອອນລາຍບັນດາການນຳສະພາກາແດງ, ກາຊິກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 18

      ເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະພາກາແດງຫວຽດນາມ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຕໍ່ຄວາມໝັ້ນຄົງດ້ານການເງິນ ແລະ ການລະດົມແຫຼ່ງກຳລັງ, ພັດທະນາເຄືອຄ່າຍ ແລະ ການເຄື່ອນໄຫວຂອງຊາວໜຸ່ມ...
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)
      ຕອນບ່າຍວັນທີ 16 ກັນຍາ, ກອງປະຊຸມທາງອອນລາຍບັນດາການນຳສະພາກາແດງ, ກາຊິກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 18 ໄດ້ໄຂຂຶ້ນໂດຍມີການເປັນປະທານຂອງສະພາກາແດງໄທ ໃນບົດບາດປະທານກົນໄກບັນດາການນຳສະພາກາແດງ, ກາຊິກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຜູ້ຕາງໜ້າ ສະພາກາແດງຫວຽດນາມ, ທ່ານຫງວຽນຫາຍແອງ, ຮອງປະທານ, ເລຂານຸການໃຫ່ຍ ສະພາກາແດງຫວຽດນາມ ເຂົ້າຮ່ວມກອງປະຊຸມທີ່ດຳເນີນໄປໃນລະຫວ່າງວັນທີ16-17 ກັນຍາ.
      ເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະພາກາແດງຫວຽດນາມ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຕໍ່ຄວາມໝັ້ນຄົງດ້ານການເງິນ ແລະ ການລະດົມແຫຼ່ງກຳລັງ, ພັດທະນາເຄືອຄ່າຍ ແລະ ການເຄື່ອນໄຫວຂອງຊາວໜຸ່ມ, ຜູ້ອາສາສະໝັກ; ການເບິ່ງແຍງດູແລສຸຂະພາບ, ຮັບມືດ່ວນ….ແມ່ນການບຸລິມະສິດຂອງສະມາຄົມໃນຍຸດທະສາດພັດທະນາຮອດປີ 2030.
      ສິ້ດສຸດກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມຮັບຮອງເອົາບົດສະຫລຸບກອງປະຊຸມ ແລະ ມອບໂອນບົດບາດປະທານກົນໄກບັນດາ ການນຳສະພາກາແດງ, ກາຊິກວົງເດືອນແດງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ແກ່ກາຊິກວົງເດືອນແດງ Brunei Darussalam.
(ແຫຼ່ງຄັດຈາກ VOV)


top