ຂ່າວສານ

ໄຂກອງປະຊຸມຄັ້ງທີ 6 ຂອງຄະນະປະຈຳສະພາແຫ່ງຊາດ

      ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນະ, ປະກອບຄຳເຫັນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນະຕົກລົງເນື້ອໃນຮີບດ່ວນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດໃນໄລຍະປັດຈຸບັນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ຫ້ອງວ່າການສະພາແຫ່ງຊາດ)
        ກອງປະຊຸມຄັ້ງທີ 6 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 08 ທັນວາ ຢູ່ຫໍສະພາແຫ່ງຊາດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ແນະນຳເນື້ອໃນລາຍການເຮັດວຽກຢູ່ທີ່ກອງປະຊຸມ ໂດຍໃຫ້ຮູ້ວ່າ ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນະ, ປະກອບຄຳເຫັນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນະຕົກລົງເນື້ອໃນຮີບດ່ວນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດໃນໄລຍະປັດຈຸບັນ.
        ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍບາງສະບັບ; ປະກອບຄຳເຫັນໃສ່ແຜນຮ່າງສ້າງກົນໄກ, ນະໂຍບາຍປີການເງິນ, ເງິນຕາເພື່ອໜູນຊ່ວຍຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຕາມເນື້ອໃນຈິດໃຈ ຮັບມືຢ່າງປອດໄພ, ຄ່ອງຕົວມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
        ໃນກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດ ກໍຈະພິຈາລະນາ, ປະກອບຄຳເຫັນໃສ່ແຜນນະໂຍບາຍລົງທຶນກໍ່ສ້າງໂຄງການເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025; ປະກອບຄຳເຫັນກ່ຽວກັບຮ່າງມະຕິປະຕິບັດທົດລອງບາງກົນໄກ, ນະໂຍບາຍພັດທະນາສະເພາະຂອງນະຄອນ ເກີ່ນເທີ; ພ້ອມທັງ, ປະກອບຄຳເຫັນໃສ່ການກະກຽມຈັດກອງປະຊຸມວິສາມັນຂອງສະພາແຫ່ງຊາດ ຊຸດທີ XV, ກ່ຽວກັບເນື້ອໃນ, ວັນເວລາ, ວີທີຈັດຕັ້ງເຮັດແນວໃດໃຫ້ແທດເໝາະກັບສະພາບການໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)


top