ກອງປະຊຸມຈະປະກອບຄຳເຫັນ, ພິຈາລະນາ, ຕົກລົງ 42 ໝວດເນື້ອໃນ; ດັດປັບ, ປັບປຸງບາງມາດຕາຂອງລັດຖະທຳມະນູນປີ 2013.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີໄຂ (ພາບ: quochoi.vn)
ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 14 ເມສາ, ຢູ່ ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ກອງປະຊຸມຈະປະກອບຄຳເຫັນ, ພິຈາລະນາ, ຕົກລົງ 42 ໝວດເນື້ອໃນ; ດັດປັບ, ປັບປຸງບາງມາດຕາຂອງລັດຖະທຳມະນູນປີ 2013; ພິຈາລະຈາບັນດາບັນຫາຂຶ້ນກັບສິດອຳນາດເພື່ອແກ້ໄຂຄວາມຫຍຸ້ງຍາກ, ຕິດຄັດໃຫ້ແກ່ບັນດາວິສາຫະກິດ ແລະ ການພັດທະນາເສດຖະກິດທີ່ກ່ຽວຂ້ອງເຖິງບັນດານະໂຍບາຍຍົກເລີກ, ຫຼຸດພາສີ, ຕໍ່ກຳນົດເວລາເສຍພາສີສຳລັບບັນດາວິສາຫະກິດ ອາເມລິກາ ໂດຍໄວ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕີລາຄາວ່າ, ຈຳນວນວຽກງານທີ່ກອງປະຊຸມຕ້ອງພິຈາລະນາແມ່ນຫຼວງຫຼາຍ, ສຳຄັນເພື່ອສ້າງເນື້ອໃນກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໃຫ້ສົມບູນແບບ, ເຊິ່ງຄາດວ່າ ຈະຖືກໄຂຂຶ້ນໃນວັນທີ 05 ພຶດສະພາ.