ຂ່າວສານ

ໄຂກອງປະຊຸມຄັ້ງທີ 41 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

      ກອງປະຊຸມຄັ້ງທີ 41 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະໄຂຂຶ້ນໃນລະຫວ່າງວັນທີ 09 – 10 ມັງກອນ, ຢູ່ຫໍສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະບໍລິຫານພິທີໄຂກອງປະຊຸມ.

(ພາບປະກອບ: quochoi.vn)
      ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນໃສ່ບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງບັນດາຮ່າງກົດໝາຍຄື: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການສັນລະສູດທາງດ້ານຕຸລາການ; ກົດໝາຍວ່າດ້ວຍການໄກ່ເກ່ຍຄວາມປອງດອງ, ເຈລະຈາຢູ່ສານ.
          ຄະນະປະຈຳສະພາແຫ່ງຊາດ ກໍ່ຈະພິຈາລະນາ, ຕົກລົງການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນຕາແສງ, ຂັ້ນເມືອງຢູ່ບາງແຂວງ, ນະຄອນຂຶ້ນກັບສູນກາງ.
 (ແຫຼ່ງຄັດຈາກ VOV)


top