ຂ່າວສານ

ໄຂກອງປະຊຸມຄັ້ງທີ 22 ຄະນະປະຈຳສະພາແຫ່ງຊາດ

ຕອນເຊົ້າວັນທີ 12 ມີນາ ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 22. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມໄດ້ດຳເນີນໃນເວລາ 4 ວັນ ແລະ ຈະປຶກສາຫາລື, ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບຄື:
 
ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດ ຫວຽດນາມ

ກົດໝາຍປັບປຸບ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ ແລະກົດໝາຍຈຳນວນຫນຶ່ງອີກ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ກໍ່ໃຫ້ຮູ້ວ່າ: ກອງປະຊຸມໄດ້ມີບັນດາການດັດປັບເມື່ອທຽບໃສ່ການຄາດຄະເນກ່ອນນີ້.

        “ ທີຫນຶ່ງບໍ່ພິຈາລະນາເລື່ອງລົງຄະແນນສຽງໄວ້ວາງໃຈສຳລັບຜູ້ພວມດຳລົງຕຳແຫນ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫລື ໃຫ້ສັດຕະຍາບັນ ແລະ ຈະດຳເນີນວຽກງານນີ້ໃນກອງປະຊຸມເທື່ອທີ 2. ທີສອງ ແມ່ນຖອນ 3 ຮ່າງກົດໝາຍ ຍ້ອນຍັງບໍ່ທັນຮັບປະກັນຄຸນນະພາບ, ຄວາມຄືບຫນ້າການກະກຽມ.”

(ແຫຼ່ງຄັດຈາກ VOV)



top