ຂ່າວສານ

ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 18

ກອງປະຊຸມຈະດຳເນີນແຕ່ວັນທີ 13-16 ທັນວາ, ໄດ້ປະກອບຄຳເຫັນ ແລະ ຮັບຮອງເອົາເນື້ອໃນສຳຄັນຫຼາຍຢ່າງ.
  ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 17 (ພາບປະກອບ)  

ວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 18 ໄດ້ໄຂຂຶ້ນ. ກອງປະຊຸມຈະດຳເນີນແຕ່ວັນທີ 13-16 ທັນວາ, ໄດ້ປະກອບຄຳເຫັນ ແລະ ຮັບຮອງເອົາເນື້ອໃນສຳຄັນຫຼາຍຢ່າງ. ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນ ແລະ ພິຈາລະນາຮັບຮອງເອົາລັດຖະບັນຍັດປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດກ່ຽວກັບຂັ້ນຕອນ, ລະບຽບການພິຈາລະນາ, ຕົກລົງຈັດວາງບາງມາດຕະການປັບໄໝການລະເມີດການຕານລະບຽບຢູ່ສານປະຊາຊົນ; ພິຈາລະນາ, ຕົກລົງເລື່ອງຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ປະກອບຄຳເຫັນໃສ່ເລື່ອງອະພິປາຍ, ຮັບເອົາ, ດັດປັບກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ).

ສຳລັບວຽກງານບຸກຄະລາກອນ, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ, ໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງ ແລະ ຍົກເລີກຕຳແໜ່ງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ.

 


top