ຂ່າວສານ

ໄຂກອງປະຊຸມການຕ່າງປະເທດຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ

ກອງປະຊຸມນີ້ມີຄວາມໝາຍສຳຄັນຍິ່ງ, ເພື່ອແນໃສ່ຜັນຂະຫຍາຍແນວທາງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບວຽກງານການຕ່າງປະເທດຂອງພັກໃນສະພາບການໃໝ່.
ພາບ: TTXVN
 

ຕອນເຊົ້າວັນທີ 14 ທັນວາ, ກອງປະຊຸມການຕ່າງປະເທດທົ່ວປະເທດຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຖືກໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.

        ກອງປະຊຸມນີ້ມີຄວາມໝາຍສຳຄັນຍິ່ງ, ເພື່ອແນໃສ່ຜັນຂະຫຍາຍແນວທາງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບວຽກງານການຕ່າງປະເທດຂອງພັກໃນສະພາບການໃໝ່, ຜ່ານນັ້ນ ສ້າງຄວາມເຫັນດີເຫັນພ້ອມໃນທົ່ວສັງຄົມ, ເປັນຈິດໜຶ່ງໃຈດຽວຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຄືຍາດແຍ່ງການສະໜັບສະໜູນຂອງປະຊາຄົມສາກົນ ທີ່ມີຕໍ່ວຽກງານການຕ່າງປະເທດຂອງພັກກອມມູນິດ ຫວຽດນາມ. ທ່ານ ເຈືອງກວາງຮ່ວາຍນາມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ໃຫ້ຮູ້ວ່າ:

        “ໃນໄລຍະຜ່ານມາ, ການພົວພັນຕ່າງປະເທດຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການເປີດກວ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ບັນລຸຜົນງານສຳຄັນຫຼາຍຢ່າງ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານການເມືອງ, ຊຸກຍູ້ການພົວພັນຕ່າງປະເທດກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດສາກົນ ແລະ ບັນດາຄູ່ຮ່ວມມືສຳຄັນ. ໃນບາງກໍລະນີແມ່ນສວມບົດບາດແກ່ນສານ, ກຳນົດທິດສັງລວມໃຫ້ແກ່ການພົວພັນ 2 ຝ່າຍຢ່າງແທ້ຈິງ. ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ເອກະພາບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ປົກປ້ອງລະບອບສັງຄົມນິຍົມຢູ່ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)


top