ຂ່າວສານ

ໄຂ ​ວັນ​ບຸນ​ທ່ອງ​ທ່ຽວ​ຫລາຍ​ເຫດ​ການ ຢູ່ຫຼາຍ​ແຂວງ, ນະ​ຄອນ

ຢູ່ກ໋ວາງນິງ, ວັນບຸນວັດທະນະທຳ - ກິລາ ຂອງບັນດາເຜົ່າເມືອງເຂດພູສູງ ຊາຍແດນ ບິ່ງລຽວ ໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ.
  ລາຍການສະແດງສິລະປະໃນພິທີໄຂວັນບຸນທ່ອງທ່ຽວຢູ່ ໂດເຊີນ (ພາບ: TTXVN )  

ວັນທີ 29 ເມສາ, ໄດ້ດຳເນີນພິທີໄຂວັນບຸນການທ່ອງທ່ຽວປີ 2023 ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ຢູ່ໂດເຊີນ (ຫ໋າຍຝ່ອງ), ວາລະສານ ກອມມູນິດ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ນະຄອນຫ໋າຍຝ່ອງ ໄດ້ສົມທົບກັນຈັດຕັ້ງວັນບຸນວັດທະນະທຳທີ່ເປັນມູນເຊື້ອ ທະເລໝູ່ເກາະ ຫວຽດນາມ ແລະ ໄຂວັນບຸນ ທະເລ ໂດເຊີນ - ຫ໋າຍຝ່ອງ 2023.

ກ່າວຄຳເຫັນທີເຫດການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນເນັ້ນໜັກວ່າ: ເປັນຄັ້ງທຳອິດ, ວັນບຸນວັດທະນະທຳທີ່ເປັນມູນເຊື້ອ ທະເລໝູ່ເກາະ ຫວຽດນາມ ໄດ້ຈັດຂຶ້ນຢູ່ຫ໋າຍຝ່ອງ ເປັນຂີດໝາຍທີ່ມີຄວາມໝາຍໃຫ້ແກ່ເຫດການປະຈຳປີ, ມີຄຸນຄ່າດ້ານວັດນະທະນຳທີ່ເລິກເຊິ່ງເພື່ອແນໃສ່ແນະນຳ, ເຊີດຊູ ແລະ ເສີມຂະຫຍາຍຄຸນຄ່າ ຂອງມໍລະດົກວັດທະນະທຳ ທີ່ເປັນມູນເຊື້ອ ເຂດທະເລໄປຍັງປະຊາຊົນ ແລະ ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນກະຕຸກຊຸກຍູ້ການທ່ອງທ່ຽວ, ຍົກສູງການດຳລົງຊີວິດດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນ.

ຢູ່ກ໋ວາງນິງ, ວັນບຸນວັດທະນະທຳ - ກິລາ ຂອງບັນດາເຜົ່າເມືອງເຂດພູສູງ ຊາຍແດນ ບິ່ງລຽວ ໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນຄື: ເຂດວັດທະນະທຳ - ອາຫານການກິນ ບິ່ງລຽວ, ແຂ່ງຂັນປຸ່ງແຕງ, ວາງສະແດງ, ແນະນຳອາຫານທີ່ເປັນມູນເຊື້ອ ຂອງບັນດາເຜົ່າບິ່ງລຽວ, ແຂ່ງຂັນກິລາ, ການລະຫຼິ້ນພື້ນເມືອງທີ່ພົ້ນເດັ່ນຫຼາຍປະເພດ…


top