ຂ່າວສານ

ໄຂ ສັບປະດາດົນຕີຈີນ-ອາຊຽນປີ 2019

      ສັບປະດາດົນຕີຈີນ-ອາຊຽນປີ 2019 ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 28 ພຶດສະພາຢູ່ນະຄອນໜານໜີງ, ເມືອງເອກຂອງເຂດປົກຄອງດ້ວຍຕົນເອງ ຊົນເຜົ່າຈວາງ ແຂວງກວາງສີ ທາງພາກໃຕ້ຈີນ


ສັບປະດາດົນຕີຈີນ-ອາຊຽນປີ 2019
      ເຂົ້າຮ່ວມເຫດການດັ່ງກ່າວ,  ມີນັກສິລະປີນ ແລະ ຜູ້ຊ່ຽວຊານດ້ານດົນຕີທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນ, ໃນນັ້ນ ມີນັກດົນຕີ 110 ຄົນທີ່ມາຈາກບັນດາປະເທດອາຊຽນ. ໃນຂອບເຂດ ສັບປະດາດົນຕີຈີນ-ອາຊຽນປີ 2019 ນັ້ນ, ກໍຍັງມີການສະແດງຕົນຕີ, ບັນລະຍາຍ ແລະ ເວທີປາໄສກ່ຽວກັບດົນຕີ 40 ຄັ້ງ ຈະຖືກຈັດຂຶ້ນ ເພື່ອໃຫ້ບັນດານັກສິລະປີນປະເທດຕ່າງໆ ໄດ້ພົບປະແລກປ່ຽນ ແລະ ແບ່ງປັນຜະລິດຕະພັນໃໝ່ ກໍຄືໄດ້ຮັບຊົມສິ່ງຍອດຍິ່ງທາງດ້ານສິລະປະ.
     ແລະ ກໍຢູ່ໃນຂອບເຂດ ສັບປະດາດົນຕີຈີນ-ອາຊຽນປີ 2019, ບັນດາກອງປະຊຸມສຳມະນາກ່ຽວກັບດົນຕີພື້ນເມືອງລະຫວ່າງບັນດາປະເທດອາຊຽນ ຈະຖືກຈັດຂຶ້ນເປັນຄັ້ງທຳອິດ.
 (ແຫຼ່ງຄັດຈາກ VOV)

top