ຂ່າວສານ

ໄຂ Festival ອາ​ຊີບ​ຫັດ​ຖະ​ກຳ ເຫ້ວ

Festival ຍັງມີການເຂົ້າຮ່ວມຂອງນັກສິລະປະການ 37 ຄົນ ມາຈາກ 6 ນະຄອນຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ເຊິ່ງມີການພົວພັນແຮກສ່ຽວ, ຮ່ວມມືກັບນະຄອນເຫ້ວ.
ທ່ານ ຫວໍເລເຍິດ ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ກ່າວຄຳເຫັນໄຂ Festival (ພາບ: toquoc.vn)

ຕອນຄ່ຳວັນທີ 28 ເມສາ, Festival ອາຊີບຫັດຖະກຳ ເຫ້ວ ໄດ້ໄຂຂຶ້ນຢູ່ນະຄອນເຫ້ວ. Festival ອາຊີບຫັດຖະກຳ ເຫ້ວ ປີນີ້ດຶງດູດການເຂົ້າຮ່ວມຂອງນັກສິລະປະການປະຊາຊົນ, ນັກສິລະປະການດີເດັ່ນ, ສີມືຄຳກ່າວ3 50 ຄົນທີ່ມາຈາກ ໝູ່ບ້ານອາຊີບ, ພື້ນຖານອາຊີທີ່ມີຊື່ສຽງ 69 ແຫ່ງໃນທົ່ວປະເທດ. Festival ຍັງມີການເຂົ້າຮ່ວມຂອງນັກສິລະປະການ 37 ຄົນ ມາຈາກ 6 ນະຄອນຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ເຊິ່ງມີການພົວພັນແຮກສ່ຽວ, ຮ່ວມມືກັບນະຄອນເຫ້ວ. ກ່າວຄຳເຫັນໄຂ Festival, ທ່ານ ຫວໍເລເຍິດ ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ໃຫ້ຮູ້ວ່າ:

Festival ຄັ້ງນີ້, ບັນດານັກສິລະປະການ, ນັກສິລະປິນ, ນັກຄົ້ນຄ້ວາ, ອົງການຈັດຕັ້ງ, ສ່ວນບຸກຄົນ ທັງຢູ່ພາຍໃນປະເທດ ແລະ ສາກົນໄດ້ເຂົ້າຮ່ວມການຮັກສາ, ເສີມຂະຫຍາຍຄຸນຄ່າອາຊີບຫັດຖະກຳ, ພ້ອມກັນນັ້ນແມ່ນບັນດາເຫດການ, ໂຄງການວັດທະນະທຳສະແດງສິລະປະທີ່ພົ້ນເດັ່ນ, ມີຫຼາກຫຼາຍສີສັນ ເຊິ່ງຈະປະກອບສ່ວນຍູ້ແຮງການເຄື່ອນໄຫວດ້ານການຄ້າ, ການທ່ອງທ່ຽວໃນບໍລິເວນແຂວງ, ສືບຕໍ່ຢັ້ງຢືນເຄື່ອງໝາຍເຫ້ວ, ນະຄອນ Festival ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.


top