ຂ່າວສານ

ໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019

ຕອນຄ່ຳວັນທີ 14 ມິຖຸນາ, ທີ່ສະໜາມຫລວງທະເລ ຕາມແທັງ, ຄະນະກຳມະການປະຊາຊົນນະຄອນ ຕາມກີ່, ແຂວງ ກ໋ວາງນາມ ໄດ້ຈັດຕັ້ງພິທີໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019 ດ້ວຍຫົວຂໍ້ວ່າ “ຈົ່ງມາຢ້ຽມຢາມ ແລະ ຄົ້ນຫາ ຕາມກີ່”. 
ພິທີໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019 (ພາບ: TTXVN)

ເຫດການດັ່ງກ່າວ ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາພາບພົດ ກໍ່ຄືຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດ, ການທ່ອງທ່ຽວຢູ່ເຂດແຄມຝັ່ງທະເລຂອງແຂວງ ກ໋ວາງນາມ.

        ໃນ 5 ວັນດຳເນີນ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019, ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມງານບຸນອາຫານການກິນ ດ້ວຍບັນດາພໍ່ຄົວແມ່ຄົວແຖວໜ້າຂອງ ຫວຽດນາມ ແລະ ໂລກແຕ່ງກິນ. ໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາວທ້ອງຖິ່ນ. ນອກນັ້ນ, ແຂກທ່ອງທ່ຽວຍັງໄດ້ຊົມບັນດາລາຍການຂັບບ່າຍຈ່ອຍ, ຂັບບ໋າຈ້າວ.

(ແຫຼ່ງຄັດຈາກ VOV)


top