ຂ່າວສານ

ໄຂ Festival ດອກ​ໄມ້​​ດ່າ​ລາດ​ຄັ້ງ​ທີ IX

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ເຊື່ອໝັ້ນວ່າ ນະຄອນດ່າລາດ ເວົ້າສະເພາະ, ແຂວງ ເລິມດົ່ງເວົ້າລວມ ຈະຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນຢ່າງມີປະສິດທິຜົນ
  ລາຍການສະແດງສິລະປະ ພິທີໄຂ Festival ດອກໄມ້ດ່າລາດ ຄັ້ງທີ 9 ປີ 2022.  

ຕອນຄ່ຳວັນທີ 18 ທັນວາ, ຢູ່ນະຄອນ ດ່າລາດ (ແຂວງເລິມດົ່ງ), ໄດ້ດຳເນີນພິທີໄຂ Festival ດອກໄມ້ດ່າລາດ ຄັ້ງທີ 9 ປີ 2022. ດ້ວຍຫົວຂໍ້ “ດ່າລາດ - ນະຄອນ ດອກໄມ້ສີ່ລະດູ”, Festival ດອກໄມ້ດ່າລາດ ປີນີ້ ແມ່ນງານບຸນທີ່ພົ້ນເດັ່ນ, ມີຜົນກະທົບທີ່ແທດຈິງ, ທັງເຊີດຊູຄວາມງາມສະເພາະຂອງ ດາລາດ, ທັງຊຸກຍູ້ການພັດທະນາຂະແໜງຜະລິດ, ດຳເນີນທຸລະກິດ ແລະ ການສົ່ງອອກດອກໄມ້, ຜະລິດຕະພັນກະເສດ ດ່າລາດ. Festival ກໍ່ຍ້ອງຍໍຊົມເຊີຍຜູ້ປູກດອກໄມ້ ແລະ ໂຄສະນາບັນດາຄຸນຄ່າກ່ຽວກັບດອກໄມ້, ພ້ອມກັບຜະລິດຕະພັນກະເສດຊະນິດຕ່າງໆທີ່ມີຊື່ສຽງ ແລະ ພິເສດສະເພາະຂອງດາລາດ - ເລິມດົ່ງ, ຄື: ຜັກ, ຊາ, ກາເຟ, ແພໄໝ… ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ  ເຊື່ອໝັ້ນວ່າ ນະຄອນດ່າລາດ ເວົ້າສະເພາະ, ແຂວງ ເລິມດົ່ງເວົ້າລວມ ຈະຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນຢ່າງມີປະສິດທິຜົນ. ທ່ານນາງກ່າວວ່າ:

ມະຕິທີ່ໄດ້ວາງອອກໃນວັນທີ 6 ຕຸລາປີ 2022 ຂອງກົມການເມືອງ ໄດ້ກຳນົດວ່າ ນະຄອນດ່າລາດແມ່ນອະນຸເຂດຕອນໃຕ້ໄຕງວຽນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພັກ ແລະ ລັດ ມີຄວາມເຊື່ອໝັ້ນ, ຮັບຮູ້, ຕີລາຄາສູງຄວາມມານະພະຍາຍາມ, ຄວາມຕັດສິນໃຈ ແລະ ບັນດາໝາກຜົນສຳຄັນເຊິ່ງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າຢູ່ແຂວງ ເລິມດົ່ງ, ນະຄອນດາລາດ ບັນລຸໄດ້ໃນໄລຍະຜ່ານມາ, ກໍ່ຄືບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບພິເສດຂອງທ້ອງຖິ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນະຄອນດ່າລາດ, ແຂວງ ເລິມດົ່ງ ຈະຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ ຢ່າງມີປະສິດທິຜົນ, ເປັນເຈົ້າການໃນການເຊື່ອມຕໍ່ລະຫວ່າງເຂດ ເພື່ອພັດທະນາໂດຍໄວ, ຮອບດ້ານ ແລະ ຍືນຍົງ, ປະກອບສວ່ນເຂົ້າໃນການພັດທະນາລວມຂອງເຂດໄຕງວຽນ ແລະ ທົ່ວປະເທດ.

Festival ດອກໄມ້ດ່າລາດ ຄັ້ງທີ 9 ປີ 2022 ໄດ້ແກ່ຍາວຈົນໝົດເດືອນນີ້, ດ້ວຍຫຼາຍລາຍການພົ້ນເດັ່ນເພື່ອດຶງດູດໃຫ້ແກ່ແຂກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນມາຢ້ຽມຊົມ ແລະ ທັດສະນະສຶກສາ.


top