ຂ່າວສານ

ໄຂ Army Games 2021 ຢູ່ ຫວຽດນາມ

      ນີ້ແມ່ນຄັ້ງທຳອິດ ກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ການແຂ່ງຂັນດັ່ງກ່າວໃນຂອບເຂດ Army Games 2021 ໂດຍການມີເຂົ້າຮ່ວມ ຂອງ 8 ປະເທດລວມມີ: ບັງລາແດດ, ເບລາຣຸດ, ລາວ, ມາລີ, ລັດເຊຍດ ອຸເບກິດສະຖານ, ເວເນຊູເອລາ, ພ້ອມກັບບັນດາທິມຂອງ ປະເທດ ຫວຽດນາມ. 
ທ່ານພົນຕີ ຫງວຽນວັນເງ້ຍ ຖ່າຍຮູບນຳທິມຂອງບັນດາປະເທດ
      ຕອນເຊົ້າວັນທີ 31 ສິງຫາ, ຢູ່ເມືອງ ໝີດຶກ, ນະຄອນຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີໄຂ ການແຂ່ງຂັນ “Sniper Frontier (ການຍິງຍ່ອຍ)” ແລະ “emergency area (ເຂດອຸບັດຕິເຫດ)” ໃນຂອບເຂດງານມະຫາກຳກິລາການທະຫານ ສາກົນ (Army Games) 2021 ຢູ່ຫວຽດນາມ. ນີ້ແມ່ນຄັ້ງທຳອິດ ກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ການແຂ່ງຂັນດັ່ງກ່າວໃນຂອບເຂດ Army Games 2021 ໂດຍການມີເຂົ້າຮ່ວມ ຂອງ 8 ປະເທດລວມມີ: ບັງລາແດດ, ເບລາຣຸດ, ລາວ, ມາລີ, ລັດເຊຍດ ອຸເບກິດສະຖານ, ເວເນຊູເອລາ, ພ້ອມກັບບັນດາທິມຂອງ ປະເທດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານພົນຕີ ຫງວຽນວັນເງ້ຍ, ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ, ໃຫ້ຮູ້ວ່າ ການແຂ່ງຂັນຄັ້ງນີ້ ປະກອບສ່ວນເຂົ້າໃນການສ້າງກຳລັງປະກອບອາວຸດຢູ່ແຕ່ລະປະເທດ ໃຫ້ນັບມື້ນັບເຂັ້ມແຂງ, ປົກປັກຮັກສາຄວາມສະຖຽນລະພາບ, ການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພາລະກິດແຫ່ງການຕ້ານຄວາມທຸກຍາກອຶດຫິວ, ຕ້ານການປະທະກັນເຊື້ອຊາດເຜົ່າພັນ, ຕ້ານການກໍ່ການຮ້າຍ, ຮັບມືກັບໄພທຳມະຊາດ, ກູ້ໄພກູ້ຊີບ, ເພື່ອເປົ້າໝາຍສັນຕິພາບ, ການຮ່ວມມື, ພັດທະນາໃນທົ່ວໂລກ. ໃນຂອບເຂດພິທີໄຂ, ໄດ້ດຳເນີນພິທີເປີດບໍລິເວນແນະນຳວັດທະນະທຳ ແລະ ວາງສະແດງວັດຖຸອຸປະກອນອາວຸດ ໂດຍຫວຽນາມ ຜະລິດ.
(ແຫຼ່ງຄັດຈາກ VOV)


top