ຂ່າວສານ

ໃຫ້​ສັດ​ຕະ​ຍາ​ບັນສັນ​ຍາ​ການ​ຄ້າ​ບໍ​ລິ​ການ ອາ​ຊຽນ

ລັດຖະບານ ຫວຽດນາມ ໄດ້ຮຽກຮ້ອງໃຫ້ ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ຈັດຕັ້ງຜັນຂະຫຍາຍປະຕິບັດ ສັນຍາ ATISA ພາຍຫຼັງມີຜົນສັກສິດ.
ວັນທີ 23 ເມສາ 2019, ລັດຖະມົນຕີເສດຖະກິດ ບັນດາປະເທດອາຊຽນ ໄດ້ລົງນາມສັນຍາການຄ້າການບໍລິການ ອາຊຽນ ຢ່າງເປັນກທາງການ (ພາບ: TTXVN)

ລັດຖະບານ ຫວຽດນາມ ຫາກໍ່ໃຫ້ສັດຕະຍາບັນສັນຍາການຄ້າ ການບໍລິການ ອາຊຽນ (ATISA). ATISA ໄດ້ຮັບຖືວ່າ ແມ່ນບາດກ້າວໃໝ່ໃນວິວັດຂະບວນການເຊື່ອມໂຍງກ່ຽວກັບການບໍລິການຂອງ ອາຊຽນ. ນັບແຕ່ເວລາມີຜົນສັກສິດ, ສັນຍາສະບັບນີ້ ຈະແທນໃຫ້ສັນຍາແມ່ອາຊຽນ ກ່ຽວກັບການບໍລິການ (AFAS) ປີ 1995, ດ້ວຍຫຼາຍເນື້ອໃນໃໝ່ຕາມທິດເປີດປະຕູ, ຫັນການບໍລິການເປັນເສລີກ່ວາອີກ. ATISA ໄດ້ຮັບຄວາມຫວັງວ່າ ຈະສ້າງພື້ນຖານໃໝ່ໃຫ້ແກ່ການຊຸກຍູ້ການຄ້າການບໍລິການ ໃນພາກພື້ນ ແລະ ຍົກສູງກຳລັງແກ້ງແຍ້ງ ຂອງບັນດາວິສາຫະກິດສົ່ງອອກການບໍລິການໃນ ອາຊຽນ.

ລັດຖະບານ ຫວຽດນາມ ໄດ້ຮຽກຮ້ອງໃຫ້ ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ຈັດຕັ້ງຜັນຂະຫຍາຍປະຕິບັດ ສັນຍາ ATISA ພາຍຫຼັງມີຜົນສັກສິດ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນສ້າງບັນຊີລາຍຊື່ບັນດາມາດຕະການບໍ່ເໝາະສົມ (NCM) ບົນພື້ນຖານຄຳໝັ້ນສັນຍາ ການບໍລິການທີ 10 (ສັນຍາແມ່ ອາຊຽນ ກ່ຽວກັບການບໍລິການ) ຮັບປະກັນສິດ ແລະ ຜົນປະໂຫຍດຂອງ ຫວຽດນາມ ແລະບັນດາຄຳໝັ້ນສັນຍາ ຂອງ ຫວຽດນາມ ກັບ ອາຊຽນ, ເປັນເຈົ້າການໃນການສຳຫຼວດກວດກາ, ປັບປຸງ, ເພີ່ມເຕີມບັນດາເອກະສານນິຕິກຳ ເພື່ອປະຕິບັດສັນຍາ ATISA.

(ແຫຼ່ງຄັດຈາກ VOV)


top