ຂ່າວສານ

ໃຫ້ບຸລິມະສິດຢ່າງສູງສຸດ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນ ຫວຽດນາມ - ກຳປູເຈຍ

      2 ຝ່າຍໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນ ແລະ ກັນຢ່າງທັນການລະຫວ່າງ 2 ປະເທດໃນສະພາບການຮັບມືກັບໂລກລະບາດໂຄວິດ - 19, ສະແດງໃຫ້ເຫັນມູນເຊື້ອຮັກແພງກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງມີຊີວິດຊີວາໃນສະພາບຫຍຸ້ງຍາກລະຫວ່າງ 2 ຊາດ. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບກະສັດ ກຳປູເຈຍ Norodom Sihamoni (ພາບ: TTXVN)
      ຕອນເຊົ້າວັນທີ 21 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດນະຄອນຫຼວງ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດ ຢູ່ ກຳປູເຈຍ ຕາມຄຳເຊີ່ນຂອງກະສັດ ກຳປູເຈຍ Norodom Sihamoni. ທີ່ການພົບປະກັບ ກະສັດ ກຳປູເຈຍ Norodom Sihamoni, ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນ ແລະ ກັນຢ່າງທັນການລະຫວ່າງ 2 ປະເທດໃນສະພາບການຮັບມືກັບໂລກລະບາດໂຄວິດ - 19, ສະແດງໃຫ້ເຫັນມູນເຊື້ອຮັກແພງກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງມີຊີວິດຊີວາໃນສະພາບຫຍຸ້ງຍາກລະຫວ່າງ 2 ຊາດ. 2 ຝ່າຍຢັ້ງຢືນຈະສືບຕໍ່ໃຫ້ບຸລິມະສິດ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອ ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບ ແຕກດອກອອກຜົນ, ພ້ອມທັງເຫັນດີນຳກັນຈະສົມທົບຈັດຕັ້ງບັນດາການເຄື່ອນໄຫວໃນປີ 2022 ເພື່ອສະເຫຼີມສະຫຼອງປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ ແລະ ວັນສ້າງຕັ້ງການພົວພັນການທູດລະຫວ່າງ 2 ປະເທດຄົບຮອບ 55 ປີ (24/6/1967 – 24/6/2022)
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ  ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen
         ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen.  ທີ່ການພົບປະ, ການນຳ 2 ທ່ານ ໄດ້ເຫັນດີກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນ, ສຸມໃສ່ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ ແລະ 2 ລັດຢ່າງມີປະສິດທິຜົນ; 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ, ບັນດາກົນໄກຮ່ວມມື 2 ຝ່າຍ ພ້ອມທັງສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງໃນຂອບເຂດ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ , ກຳປູເຈຍ- ຫວຽດນາມ 2022. ".
     2 ຝ່າຍຢືນຢັນຈະສືບຕໍ່ລົງເລິກການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໃນນັ້ນຄວນປະຕິບັດບັນດາອະນຸສັນຍາ ແລະ ແຜນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືດ້ານການ ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ. ໃນຂົງເຂດການຮ່ວມມືດ້ານເສດຖະກິດ, 2 ຝ່າຍໄດ້ເຫັນດີເປັນເອກະສັນກັນຊຸກຍູ້ການເຊື່ອມຕໍ່ ສອງພື້ນຖານເສດຖະກິດ, ມານະພະຍາຍາມສ້າງ "ແຜນກຳນົດສັງລວມເຊື່ອມຕໍ່ສອງພື້ນຖານເສດຖະກິດຫວຽດນາມ - ກຳປູເຈຍເຖິງປີ 2030”ໃຫ້ສຳເລັດໂດຍໄວ
       ກ່ຽວກັບບັນຫາປັກຫຼັກໝາຍຊາຍແດນທີ່ຍັງຄົງຄ້າງ, ສອງຝ່າຍເຫັນດີເປັນເອກະສັນຈະມານະພະຍາຍາມຊອກຫາວິທີແກ້ໄຂບົນນ້ຳໃຈມິດຕະພາບ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ກຳປູເຈຍ.   ນອກຈາກນີ້, ການນຳສອງທ່ານຢືນຢັນຈະເພີ່ມທະວີການແລກປ່ຽນແລະຍູ້ແຮງການຮ່ວມມືຫຼາຍກ່ວາອີກໃນປີ 2022 ເມື່ອກຳປູເຈຍດຳລົງຕຳແໜ່ງເປັນປະທານອາຊຽນ 2022. ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພແລະສິດເສລີພາບໃນການເດີນເຮືອທະເລ ແລະ ການບິນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດຕາມກົດໝາຍສາກົນ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982; ສະໜັບສະໜູນບັນດາຝ່າຍປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ ກໍຄື ຊຸກຍູ້ການສ້າງສຳເລັດກົດແຫ່ງການປະພຶດ (COC) ຢ່າງມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ.
      ພາຍຫຼັງການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Hun Sen ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມື 07 ສະບັບລະຫວ່າງບັນດາກະຊວງ, ຂະແໜງການຂອງ 2 ປະເທດ ແລະ ສັນຍາຮ່ວມມືດ້ານທຸລະກິດຫຼາຍສະບັບລະຫວ່າງວິສາຫະກິດຂອງ 2 ຝ່າຍ.  
      ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ມີການພົບປະກັບທ່ານປະທານສະພາສູງ Samdech Say Chhum; ພົບປະກັບທ່ານປະທານສະພາແຫ່ງຊາດ Heng Samrin. ພາຍຫຼັງການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານສະພາແຫ່ງຊາດ Heng Samrin ໄດ້ດຳເນີນພິທີວາງສີລາລຶກກໍ່ສ້າງອາຄານສຳນັກງານສະພາແຫ່ງຊາດ ກຳປູເຈຍ, ຊຶ່ງເປັນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ກຳປູເຈຍ ດ້ວຍມູນຄ່າ 25 ລ້ານ USD. 
(ແຫຼ່ງຄັດຈາກ VOV)
 


top