ຂ່າວສານ

ໃນໄຕມາດທີ 1 ປີ 2022 ຈະນຳເຂົ້າວັກຊິນກັນໂຄວິດ-19 ທີ່ສັກໃຫ້ແກ່ເດັກຈຳນວນ 7 ລ້ານໂດສ

ກະຊວງສາທາລະນະສຸກກໍ່ຈັດການປະຊຸມ ແລະ ເປັນເອກະພາບກັບບໍລິສັດ Pfizer ເພື່ອຂຶ້ນແຜນປະມູນ ແລະ ມີແຜນການ, ສູ້ຊົນໃນໄຕມາດທີ 1 ປີ 2022 (ເດືອນ ມີນາ 2022) ຈະນຳເຂົ້າວັກຊິນ 7 ລ້ານໂດສທີ່ສັກໃຫ້ແກ່ເດັກນ້ອຍ
  (ແຫຼ່ງຄັດຈາກ VOV)  

 ຕອນບ່າຍວັນທີ 03 ມີນາ, ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ມີນາ ຂອງລັດຖະບານ ຫວຽດນາມ, ການນຳບັນດາກະຊວງ, ຂະແໜງການໄດ້ແຈ້ງຂໍ້ມູນກ່ຽວກັບບາງບັນຫາເຊິ່ງຫາງສຽງ ແລະ ສື່ມວນຊົນພວມສົນໃຈ, ໃນນັ້ນມີບັນຫາສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ເດັກໃນເກນອາຍຸແຕ່ 5 – 11 ປີ.

ກ່ຽວກັບບັນຫາດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ ໃຫ້ຮູ້ວ່າ: ລັດຖະບານໄດ້ອອກມະຕິໃຫ້ຊື້ວັກຊິນຈຳນວນ 21,9 ລ້ານໂດສ, ເພື່ອສັກໃຫ້ເດັກນ້ອຍປະມານ 11,8 ລ້ານຄົນ. ພ້ອມກັນນັ້ນ, ກະຊວງສາທາລະນະສຸກໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ກະຊວງສຶກສາ ແລະ ບຳລຸງສ້າງຢ່າງແໜ້ນແຟ້ນ ເພື່ອຮັບເອົາຄຳເຫັນຂອງວົງຄະນະຍາດ, ພິເສດແມ່ນພໍ່ແມ່ນັກຮຽນໃນເກນອາຍຸແຕ່ 5 – 11 ປີ. ຕາມນັ້ນແລ້ວ, ອັດຕາ “ຜູ້ເຫັນດີສູງ” ແມ່ນປະມານ 78%; ອັດຕາ “ຜູ້ເຫັນດີ” ແມ່ນປະມານ 18%; ລວມທັງໝົດບັນລຸ 95-96%.

ກະຊວງສາທາລະນະສຸກກໍ່ຈັດການປະຊຸມ ແລະ ເປັນເອກະພາບກັບບໍລິສັດ Pfizer ເພື່ອຂຶ້ນແຜນປະມູນ ແລະ ມີແຜນການ, ສູ້ຊົນໃນໄຕມາດທີ 1 ປີ 2022 (ເດືອນ ມີນາ 2022) ຈະນຳເຂົ້າວັກຊິນ 7 ລ້ານໂດສທີ່ສັກໃຫ້ແກ່ເດັກນ້ອຍ; ໃນໄຕມາດທີ 4 ປີ 2022 ນຳເຂົ້າຕື່ມອີກ 14,9 ລ້ານໂດສ.



top