ຂ່າວສານ

ໃນລະຫວ່າງວັນທີ 04-11 ມັງກອນ 2022, ສະພາແຫ່ງຊາດຈະຈັດກອງປະຊຸມວິສາມັນ ພິຈາລະນາ 4 ເນື້ອໃນສຳຄັນ

ວາລະໄຂກອງປະຊຸມຈະດຳເນີນໃນເວລາ 9 ໂມງຂອງຕອນເຊົ້າວັນທີ 04 ມັງກອນ.
(ພາບປະກອບ: TTXVN)

ຕາມການຄາດຄະເນຂອງລາຍການ, ກອງປະຊຸມວິສາມັນເທື່ອທຳອິດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄຂຂຶ້ນໃນວັນທີ 04 ມັງກອນ 2022. ວາລະໄຂກອງປະຊຸມຈະດຳເນີນໃນເວລາ 9 ໂມງຂອງຕອນເຊົ້າວັນທີ 04 ມັງກອນ. ທີ່ກອງປະຊຸມນີ້, ສະພາແຫ່ງຊາດຈະພິຈາລະນາ 4 ເນື້ອໃນສຳຄັນ, ລວມມີ: ຮ່າງມະຕິກ່ຽວກັບນະໂຍບາຍປີການເງິນ, ເງິນຕາໜູນຊ່ວຍຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ; ແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ-ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025.

        ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ, ກົດໝາຍວ່າດ້ວຍການລົງທຶນຕາມທິດຄູ່ຮ່ວມມືພາກລັດ-ເອກະຊົນ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍວິສາຫະກິດ… ແລະ ຮ່າງມະຕິທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ເກິນເທີ.

(ແຫຼ່ງຄັດຈາກ VOV)


top