ຂ່າວສານ

ໃນທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 71 ລ້ານຄົນ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດ 2 ໂມງເຊົ້າວັນທີ 12 ທັນວາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 71 ລ້ານຄົນ, ໃນນັ້ນ ມີກວ່າ 1,6 ລ້ານຄົນ ເສຍຊີວິດ.
 

ຢູ່ ປາຣີ, ປະເທດ ຝລັ່ງ (ພາບ: Reuters)
      ສະເພາະ ປະເທດ ອາເມລິກາແມ່ນ ກວມເອົາກວ່າ 1/4 ຈຳນວນຜູ້ຕິດຕິດເຊື້ອ ແລະ ກວ່າ 1/5 ຈຳນວນຜູ້ເສຍຊີວິດໃນທົ່ວໂລກ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊີນ.
        ປັດຈຸບັນ, ເອີຣົບ ແມ່ນພາກພື້ນໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 19,5 ລ້ານຄົນ ແລະ ເກືອບ 450.000 ຄົນເສຍຊີວິດ ແລະ ອາຊີ ແມ່ນພາກພື້ນໄດ້ຮັບຜົນສະທ້ອນອັນດັບທີ 2 ໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 18.900.000 ຄົນ ແລະ ກວ່າ 309.000 ຄົນເສຍຊີວິດ. ສ່ວນຢູ່ ອາຟະລິກາ ໄດ້ຢັ້ງຢືນມີຜູ້ຕິດເຊື້ອກວ່າ 845.000 ຄົນ ແລະ ເກືອບ 23.000 ຄົນ ເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ.
(ແຫຼ່ງຄັດຈາກ VOV)


top