ຂ່າວສານ

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກກວ່າ 2,89 ລ້ານຄົນ

      ໄລ່ຮອດເວລາ 9 ໂມງເຊົ້າຂອງວັນທີ 5 ກຸມພາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 391 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,7 ລ້ານຄົນ. 
ຢູ່ ວໍຊິງຕັນ DC, ອາເມລິກາ ໃນວັນທີ 31 ມັງກອນ 2022 (ພາບ: THX/ TTXVN) 
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງເຊົ້າຂອງວັນທີ 5 ກຸມພາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 391 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,7 ລ້ານຄົນ. ອາເມລິກາ ຍັງເປັນປະເທດໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
        ຢູ່ ອາເມລິກາ, ຕາມການວິເຄາະຂໍ້ມູນຈາກສະຖາບັນ ວິທະຍາສາດແຫ່ງຊາດ ອາເມລິກາ ແລ້ວ, ມີສະມາຊິກໃນຄອບຄົວປະມານ 8,1 ລ້ານຄົນ ຕົກເຂົ້າສູ່ສະພາບສູນເສຍຍາດຕິພີ່ນ້ອງ ແລະ ມີປະມານ 300.000 ຄົນ ເສຍຊີວິດຍ້ອນພະຍາດໂຄວິດ - 19 ນັບແຕ່ສາຍພັນ Delta ແລະ Omicron  ປະກົດຂຶ້ນຢູ່ປະເທດນີ້ ໃນລະດູຮ້ອນປີ 2021. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ຊາວ ອາເມລິກາ ປະມານ 62 ລ້ານຄົນ ຍັງບໍ່ທັນມີເງື່ອນໄຂຄົບຖ້ວນໃນການປ້ອງກັນ, ໃນຂະນະນັ້ນ 84 ລ້ານຄົນຍັງບໍ່ທັນໄດ້ສັກວັກຊິນເຂັມທີ 2 ຫຼື ເຂັມກະຕຸ້ນ. ຄະນະກຳມະການ ເອີຣົບ (EC) ກຳລັງສະເໜີຂໍຕໍ່ເວລາຂໍ້ກຳນົດກ່ຽວກັບໃບຢັ້ງຢືນທາງດີຈີຕອນຂອງ ສະຫະພາບເອີຣົບ (EU) ວ່າດ້ວຍ ໂຄວິດ - 19 ອີກ 1 ປີ ເພື່ອໃຫ້ເຄື່ອງມືລວມນີ້ ຍັງສາມາດນຳໃຊ້ໄປຮອດເດືອນ ມິຖຸນາ 2023.
(ແຫຼ່ງຄັດຈາກ VOV)


top