ຂ່າວສານ

ໃນ 24 ຊົ່ວໂມງທີ່ຜ່ານມາ, ຢູ່ຫວຽດນາມ ຈຳນວນຜູ້ຕິດເຊື້ອໂຄວິດ -19 ສືບຕໍ່ຫຼຸດລົງ

ນັບແຕ່ເມື່ອ ເກີດໂລກລະບາດ, ຫວຽດນາມ ມີ ຜູ້ຕິດເຊື້ອໂຄວິດ -19 ລວມທັງໝົດ 10,6 ລ້ານ ຄົນ ; ມີຜູ້ເສຍຊີວິດ 43.058 ຄົນ
  ພາບປະກອບ  

 ນັບແຕ່ເວລາ 16 ໂມງຂອງວັນທີ 10 ພຶດສະພາ ຫາ 16 ໂມງ ຂອງວັນທີ 11 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 2.758  ຄົນ ຢູ່ໃນ 53 ແຂວງ, ນະຄອນ. ນັບແຕ່ເມື່ອ ເກີດໂລກລະບາດ, ຫວຽດນາມ ມີ ຜູ້ຕິດເຊື້ອໂຄວິດ -19 ລວມທັງໝົດ 10,6 ລ້ານ ຄົນ ; ມີຜູ້ເສຍຊີວິດ 43.058 ຄົນ

ໃນວັນທີ 11 ພຶດສະພາ ມີຄົນເຈັບ 2.600 ຄົນ ໄດ້ຮັບການປິ່ນປົວໃຫ້ຫາຍດີ, ອັນໄດ້ຍົກຍອດ ຈໍານວນກໍລະນີໄດ້ຮັບການປິ່ນປົວຫາຍດີຂຶ້ນເຖິງ ຫຼາຍກ່ວາ 9,3 ລ້ານຄົນ. ໃນວັນດຽວກັນ ກໍມີ 2 ຄົນເສຍຊີວິດ

ມາຮອດປະຈຸບັນ, ຫວຽດນາມໄດ້ສັກວັກຊິນກັນໂຄວິດ- 19 ໃຫ້ປະຊາຊົນໄດ້ຫຼາຍກ່ວາ 216 ລ້ານໂດສ.


top