ຂ່າວສານ

ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່

ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 14 ສິງຫາ ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ອະດີດການນຳພັກ, ລັດ; ຜູ້ຕາງໜ້າການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຢູ່ຂັ້ນສູນກາງ; ການນຳ, ອະດີດການນຳກະຊວງປ້ອງກັນປະເທດ, ກອງເສນາທິການໃຫຍ່, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ… ພ້ອມດ້ວຍບັນດານັກວິທະຍາສາດ, ຕົວພະຍານປະຫວັດສາດ.
ກອງປະຊຸມຖະແຫຼງຂ່າວແນະນຳກອງປະຊຸມສໍາມະນາວິທະຍາສາດ “ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ - 80 ປີ ແຫ່ງວັນສ້າງຕັ້ງ, ກໍ່ສູ້ແລະ ເຕີບໃຫຍ່, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງໝັ້ນຍືນ”

ຕອນບ່າຍວັນທີ 8 ສິງຫາ, ຢູ່ຮ່າໂນ້ຍ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ສົມທົບກັບສະຖາບັນຍຸດທະສາດ ແລະ ປະຫວັດສາດປ້ອງກັນຊາດ ຫວຽດນາມ, ກົມການເມືອງກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວແນະນຳກອງປະຊຸມສໍາມະນາວິທະຍາສາດ “ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ - 80 ປີ ແຫ່ງວັນສ້າງຕັ້ງ, ກໍ່ສູ້ແລະ ເຕີບໃຫຍ່, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງໝັ້ນຍືນ”.

        ຕາມແຜນການແລ້ວ, ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 14 ສິງຫາ ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ອະດີດການນຳພັກ, ລັດ; ຜູ້ຕາງໜ້າການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຢູ່ຂັ້ນສູນກາງ; ການນຳ, ອະດີດການນຳກະຊວງປ້ອງກັນປະເທດ, ກອງເສນາທິການໃຫຍ່, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ… ພ້ອມດ້ວຍບັນດານັກວິທະຍາສາດ, ຕົວພະຍານປະຫວັດສາດ

ກອງປະຊຸມສຳມະນາດັ່ງກ່າວ ຈະປິ່ນອ້ອມບາງເນື້ອໃນຫຼັກໆ ເຊັ່ນ: ສະພາບການປະຫວັດສາດ ແລະ ການຊີ້ນຳ, ນຳພາຂອງສູນກາງພັກ, ປະທານ ໂຮ່ຈີມິນ, ຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດໃນວິວັດການສ້າງຕັ້ງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ.


top