ບ່ອນທີ່
ມີຄວາມງາມເກົ່າແກ່ທີ່ສະຫງ່າຄື ລີຈຽງ ຂອງ ສຈ ຈີນ, ໂຣແມນຕິກຄື Venice ຂອງ ອີຕາລີ ແລະ ສະຫງົບສຸກຄື Giethoorn ຂອງ ໂຮນລັງ... ນັ້ນແມ່ນຄວາມຮູ້ສຶກ ຂອງ ນັກທ່ອງທ່ຽວສ່ວນຫຼາຍ ເມື່ອ ມາຍັງຄຸ້ມເມືອງເກົ່າ ໂຮ້ຍອານ ແຂວງ ກວ໊າງນາມ, ບ່ອນທີ່ ໄດ້ຖືວ່າ ເປັນ “ຕົວເມືອງ ຂອງ ນາມມະຍົດ”. ດ້ວຍເຫດນັ້ນ, ບໍ່ມີຫຍັງ ທີ່ເປັນຕາ ງຶດງ້ໍ ເມື່ອຈຳນວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ກັບຄືນມາຍັງ ໂຮ້ຍອານ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຫຼັງຈາກ ຫວຽດນາມ ໄດ້ເປີດຄືນ ການເຄື່ອນໄຫວທ່ອງທ່ຽວ ພາຍຫຼັງໄດ້ປິດເປັນເວລາດົນນານ ຍ້ອນຜົນກະທົບຈາກການແຜ່ລະບາດ ໂຄວິດ-19.
ຕົວເມືອງ ທີ່ບໍ່ອາດ ຖືກຫຼົງລືມ
ມໍລະດົກໂລກ ເມືອງບູຮານ ໂຮ້ຍອານ ເຄີຍໄດ້ຮັບການລົງຄະແນນສຽງຫຼາຍເທື່ອວ່າ ເປັນເມືອງເກົ່າແກ່ທີ່ມີສະເໜ່ ແລະ ໂຣແມນຕິກທີສຸດໂລກ, ເປັນສະຖານທີ່ຖ່າຍຮູບທີ່ປະທັບໃຈສຳລັບນັກທ່ອງທ່ຽວ... ພິເສດ, ໃນສອງປີຜ່ານມາ ເຖິງວ່າ ການແຜ່ລະບາດ ໂຄວິດ-19 ເຮັດໃຫ້ທຸກກິດຈະກຳ ການທ່ອງທ່ຽວ ແລະ ຊີວິດຢູ່ໃນທົ່ວໂລກ ຖືກຢຸດສະງັກ ແຕ່ຊື່ ໂຮ້ຍອານ ບໍ່ເຄີຍຖືກຫຼົງລືມ ແຕ່ຍັງໄດ້ວົງການທ່ອງທ່ຽວສາກົນ ສົນໃຈເວົ້າເຖິງ.
ໃນໄລຍະສອງປີ ທີ່ມີການແຜ່ລະບາດ, ສື່ມວນຊົນ ແລະ ລາງວັນສາກົນທີ່ຊົງກຽດຫຼາຍລາງວັນ ຍັງຖືກປະກາດຊື່ເປັນປະຈຳ ເພື່ອເຊີດ ຊູມໍລະດົກທີ່ເປັນເອກະລັກສະເພາະນີ້ເຊັ່ນ: ແມ່ນໜຶ່ງ ໃນຈຳນວນ 25 ເມືອງທ່ອງທ່ຽວ ດີທີ່ສຸດໃນໂລກ ປີ 2020 (Travel & Leisure), ໜຶ່ງໃນ15 ເມືອງທີ່ດີເລີດທີ່ສຸດ ອາຊີ 2021 (Travel & Leisure), ແມ່ນຈຸດໝາຍປາຍທາງ ກ່ຽວກັບ ຕົວເມືອງວັດທະນະທຳ ແຖວໜ້າ ອາຊີ 2021 (World Travel Awards)... ແລະ ເມື່ອມໍ່ໆ ມານີ້ ແມ່ນໜຶ່ງໃນ 10 ຕົວເມືອງ ທີ່ມີຄວາມຮັກແຂກແພງ ຄົນທີ່ສຸດໂລກ ປີ 2022 ຈາກລາງວັນ Traveller Review Award ແລະ ແມ່ນໜຶ່ງ ໃນ ບັນດາ ຈຸດໝາຍປາຍທາງ ໂຣແມນຕິກ ທີ່ສຸດໂລກ ໂດຍ ວາລະ ສານ ທີ່ມີຊື່ສຽງ Time Out ຂອງ ອັງກິດ ເປັນຜູ້ເລືອກເຟັ້ນ... ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ໂຮ້ຍອານ ມີພະລັງດຶງດູດ ພິເສດທີ່ສຸດ ສໍາລັບນັກທ່ອງທ່ຽວ ແລະ ວົງການເຮັດບໍລິການທ່ອງທ່ຽວ ໃນທົ່ວໂລກ.
ນັກທ່ອງທ່ຽວຜ່ານປະສົບການຕົວຈິງ ກັບການຂ່ີເຮືອ ເທິງແມ່ນຳ້ຮວ່າຍ. ພາບ: ແທງຮ່ວາ/VNP
ຕັ້ງຢູ່ຕາມຝັ່ງແມ່ນ້ຳ ຮ່ວາຍ ໄຫຼລົງສູ່ທະເລ, ເມືອງບູຮານ ໂຮ້ຍອານ ອາຍຸ ກວ່າ 400 ປີ ມີຄວາມປະທັບໃຈຢູ່ສະເໝີ ເນື່ອງຈາກມີຄວາມສວຍງາມແບບສະຫງົບ ແລະ ເກົ່າແກ່ ກັບແຖວເຮືອນບູຮານ ຖືກມຸງດ້ວຍກະເບື້ອງ ປົກຄຸມເຕັມແຕ່ໄຄນໍ້າ ແລະ ຝາຜະໜັງທາປູນ ສີເຫຼືອງ. ຜ່ານການ ຕາກແດດຕາກຝົນ ນັບຫຼາຍຮ້ອຍປີ, ມາຮອດ ປັດຈຸບັນ ໂຮ້ຍອານ ຍັງຄົງຮັກສາໄວ້ໄດ້ຮູບພາບຂອງທ່າເຮືອການຄ້າເກົ່າແກ່ທີ່ຄຶກຄັກ ພ້ອມດ້ວຍຮ່ອງຮອຍປະຫວັດສາດທີ່ສວຍງາມກວ່າ 1.000 ແຫ່ງ ນັບແຕ່ຖະໜົນຫົນທາງ, ເຮືອນຊານ, ສຳນັກສະ ມາຄົມ, ສາລາ ວັດວາອາຮາມ, ຫໍບູຊາ ວົງຕະກຸນ, ສ້າງນໍ້າທີ່ເກົ່າ ແກ່ ແລະ ອື່ນໆ... ຕະຫຼອດຮອດບັນດາເສັ້ນທາງຮ່ອມ, ອາຫານ ພື້ນເມືອງ ພ້ອມກັບຮູບແບບການສື່ສານທີ່ສຸພາບຮຽບຮ້ອຍ ແລະ ວິຖີຊີວິດທີ່ເປັນມິດ ແລະ ຮັກແຂກແພງຄົນ ຂອງ ປະຊາຊົນ ຢູ່ແຖບ ດິນແຫ່ງນີ້.
ໂຮ້ຍອານ ແມ່ນຕົວແບບທີ່ມີລັກສະນະຈຳເພາະ ແລະ ພົ້ນເດັ່ນ ກ່ຽວກັບ ຮູບແບບຕົວເມືອງບູຮານ ແລະ ທ່າເຮືອການຄ້າແຄມທະເລຢູ່ເຂດ ອາຊີຕາເວັນອອກ, ເພາະວ່າແຕ່ທ້າຍສະຕະວັດທີ XVI ນະແຫ່ງນີ້ ໄດ້ມີການການປະສົມປະສານ ທີ່ເປັນໜ້າຈັບໃຈ ລະ ຫວ່າງ ບັນດາພື້ນຖານວັດທະນະທຳ ທີ່ແຕກຕ່າງກັນໃນໂລກ. ດ້ວຍ ເຫດນັ້ນ, ນອກຈາກຂີດໝາຍ ທີ່ເຕັມໄປດ້ວຍ ວັດທະນະທຳ ທ້ອງ ຖິ່ນຂອງຄົນ ຫວຽດ ແລ້ວ, ຄົນທັງຫຼາຍ ຍັງສາມາດເຫັນໄດ້ ການປະ ກົດຕົວຂອງ ສີສັນ ວັດທະນະທຳ ຈີນ, ຍີ່ປຸ່ນ ແລະ ບັນດາປະເທດຕາເວັນຕົກ ຍ້ອນມີການໄປມາ ພົວພັນແລກປ່ຽນຄ້າຂາຍ ຂອງ ບັນ ດາກອງເຮືອຂົນສົ່ງສິນຄ້າ ຊາວ ປ໋ອກຕຸຍການ, ແອັດສະປາຍ, ໂຮນລັງ, ຝຣັ່ງ... ເມື່ອຫຼາຍສະຕະວັດ ຜ່ານມາ.
ຮ້ານອາຫານຢູ່ ໂຮ້ຍອານ ໄດ້ເປີດຕ້ອນຮັບນັກທ່ອງທ່ຽວ ຄືນ ໃໝ່. ພາບ: ບ໊າວອວຽນ
ເຖິງວ່າໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດ ຕາມຮູບແບບມໍລະດົກພິເສດ, ແຕ່ເມືອງເກົ່າ ໂຮ້ຍອານ ໃນທຸກມື້ນີ້ ບໍ່ຄືກັນ ກັບຫໍພິພິທະພັນ ແຫ່ງໜຶ່ງ ແຕ່ຍັງຄົງຕົວຢ່າງມີຊີວິດຊີວາ ເໝືອນດ່ັງເມືອງບູຮານແຫ່ງ ໜຶ່ງ. ຢູ່ທີ່ນັ້ນ, ທຸກໆ ການເຄື່ອນໄຫວ ໃນຊີວິດປະຈໍາວັນ ຂອງ ປະ ຊາຊົນ ຍັງຖືກ ດໍາເນີນໄປເປັນປົກກະຕິ. ປະຊາຊົນ ເປັນເຈົ້າຂອງ ມໍລະດົກ, ດຳລົງຊີວິດຢູ່ກັບມໍລະດົກ, ປົກປັກຮັກສາມໍລະດົກ ແລະ ນັບມື້ນັບມີຄວາມສະໜິດຕິດແທດ ກັບພື້ນທີ່ວັດທະນະທຳ ເມືອງ ເກົ່າແຫ່ງນີ້ ເໝືອນດັ່ງ ມັນເຄີຍມີມາເປັນເວລາຫຼາຍຮ້ອຍປີແລ້ວ. ດ້ວຍເຫດນັ້ນ, ຢູ່ ໂຮ້ຍອານ, ນັກທ່ອງທ່ຽວສາມາດ ພົບເຫັນ ໄດ້ ງ່າຍ ບັນດາຮູບພາບຊີວິດປະຈຳວັນທີ່ໜ້າປະທັບໃຈ ແລະ ດຶງດູດໃຈ ຄືຢູ່ໃນສະຖານທີ່ຖ່າຍທຳຮູບເງົາບູຮານ ທີ່ຫາຍາກຢູ່ບ່ອນອື່ນ ເຊັ່ນຮູບພາບປະຊາຊົນ ດຳລົງຊີວິດ, ດຳເນີນທຸລະກິດ, ຫຼິ້ນມ່ວນຊື່ນ ຫຼື ຮູບພາບຕະຫຼາດ, ເຮືອແພ, ຮ້ານຄ້າ ຊຶ່ງໄດ້ຮັບການດຳເນີນໄປຄຽງຄູ່ກັນກັບການເຄື່ອນໄຫວທຸລະກິດ ແລະ ທ່ອງທ່ຽວອື່ນໆ.
ສີສັນ, ສຽງ ແລະ ຈັງຫວະແຫ່ງການດຳລົງຊີວິດ ໄດ້ປະສົມປະສານ ເຂົ້າກັນເພື່ອສ້າງເປັນ ໂຮ້ຍອານ ທີ່ອົບອຸ່ນ, ໃກ້ຊິດສະໜິດສະໜົມ, ສະຫງົບສຸກ ແລະ ໂຣແມນຕິກ ທີ່ເປັນເອກະລັກ ພິເສດ. ສຳນັກ ຂ່າວ BBC ຂອງ ອັງກິດ ເຄີຍພັນລະນາເມືອງເກົ່າ ໂຮ້ຍອານ ວ່າ ເປັນ “ເມືອງສີເຫຼືອງ ທີ່ເຕັມໄປດ້ວຍຄວາມປະທັບໃຈ” (A bewitching town drenched in yellow) ຫຼື ດາລາ ໂທລະພາບ ດ້ານອາຫານ ທ່ານ Anthony Bourdain ຂອງ CNN (ຊ່ອງໂທລະ ພາບ ທີ່ມີຊື່ສຽງ ຂອງ ສ ອາເມລິກາ) ໄດ້ກ່າວອອກມາປະໂຫຍກ ໜຶ່ງ ເມືື່ອຄັ້ງທໍາອິດ ໄດ້ຊີມ ລາຍການອາຫານ ເຂົ້າຈີ່ ທີ່ເປັນອາ ຫານທົ່ວໄປ ຂອງເມືອງເກົ່າ ໂຮ້ຍອານ ວ່າ: “ນີ້ແມ່ນເຂົ້າຈີ່ແທ້ໆ!”. ໜັງສືພິມ ທີ່ມີຊື່ສຽງຫຼາຍສະບັບ ໃນໂລກໄດ້ປຽບທຽບ ໂຮ້ຍອານ ຄ້າຍຄື “ນະຄອນ Venice ຫຍໍ້ສ່ວນ ຂອງ ອາຊີ”, ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ມີສະເໜ່ ແລະ ໂລແມນຕິກທີ່ສຸດໂລກ...
ທັງໝົດສິ່ງດັ່ງກ່າວນັ້ນ ໄດ້ສ້າງເປັນເມືອງ ໂຮ້ຍອານ ທີ່ເຕັມໄປດ້ວຍ ພະລັງຈູງໃຈ ແລະ ໜ້າສົນໃຈ, ເປັນເມືອງເກົ່າແກ່ທີ່ສວຍງາມ ແລະ ບໍ່ອາດຫຼົງລືມ, ບ່ອນທີ່ໄດ້ສ້າງຄວາມຮັກ ແລະ ຄວາມຄິດຮອດ ຄິດເຖິງ ໃນໃຈ ຂອງ ນັກທ່ອງທ່ຽວ ເຖິງວ່າ ເຂົາເຈົ້າ ຕ້ອງໄດ້ຜ່ານ ຜ່າ ຄວາມຫຍຸ້ງຍາກ ລຳບາກເປັນເວລາ ຍາວນານ ຍ້ອນຜົນກະທົບ ຈາກ ການແຜ່ລະບາດຂອງ ໂຄວິດ-19 ໃນໄລຍະຜ່ານມາກໍຕາມ.
ນະຄອນຫວຍຫວນ ວັນກັບຄືນມາ
ປີ 2022, ການທ່ອງທ່ຽວ ຫວຽດນາມ ເລີ່ມຟື້ນຕົວຄືນໃໝ່ ໂດຍເລີ່ມ ຈາກຂະແໜງການ ການບິນ ໄດ້ເປີດ ທຸກເສັ້ນທາງການບິນສາກົນ ແຕ່ວັນທີ 15 ກຸມພາ. ພິເສດ, ການທີ່ ຫວຽດນາມ ປະກາດ ເປີດຄືນໃໝ່ ບັນດາການເຄື່ອນໄຫວທ່ອງທ່ຽວ ຢ່າງຄົບຊຸດ ນັບແຕ່ວັນທີ 15 ມີນາ ແລະ ພ້ອມກັນນັ້ນ ແມ່ນເຫດການ ກວ໊າງນາມ ເປັນເຈົ້າພາບຈັດຕັ້ງ ປີທ່ອງທ່ຽວ ແຫ່ງຊາດ 2022 ກັບ 60 ກວ່າກິດຈະກໍາ ທີ່ມີ ກຳລັງແຮງ ດຶງດູດ ແລະ ຄຶກຄື້ນຕະຫຼອດປີ ໃຫ້ຄຳໝັ້ນໝາຍຈະ ເປັນເງື່ອນໄຂເບື້ອງຕົ້ນ ຮັບປະກັນໃຫ້ການທ່ອງທ່ຽວ ໂຮ້ຍອານ ຟື້ນຕົວ ຢ່າງແຂງແຮງ ໃນປີນີ້.
ວາດຟ້ອນ ຂໍ່ານັບຮັບຕ້ອນປີທ່ອງທ່ຽວ ແຫ່ງຊາດ 2022 ຂອງ ປະຊາຊົນ ກວ໊າງນາມ. ພາບ: ແທງຮ່ວາ/VNP
ມາຮອດປັດຈຸບັນ, ມີໂຮງແຮມປະມານ 70% ໃນພື້ນທີ່ ໄດ້ເປີດ ການເຄື່ອນໄຫວຄືນໃໝ່, ມີບາງໂຮງແຮມ ມີອັດຕາການຈອງຫ້ອງ ໃນທ້າຍອາທິດ ເຖິງ 80-90%. ໃນຕົ້ນເດືອນເມສາ ຜ່ານມາ, ໝາຍ ຄວາມວ່າ ພຽງປະມານ 10 ວັນພາຍຫຼັງ ແຂວງ ກວ໊າງນາມ ຈັດຕັ້ງຄືນເປີດປີທ່ອງທ່ຽວແຫ່ງຊາດ 2022 ດ້ວຍຫົວຂໍ້ “ກວ໊າງນາມ- ແຫຼ່ງ ທ່ອງທ່ຽວສີຂຽວ” ໄດ້ຮັບຜົນສຳເລັດຢ່າງຈົບງາມ, ນອກຈາກ ຈຳນວນ ນັກທ່ອງທ່ຽວ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂຮ້ຍອານ ຍັງໄດ້ ຕ້ອນຮັບ ຄະນະນັກທ່ອງທ່ຽວ ອາເມລິກາ 126 ຄົນ ແລະ ນັກທ່ອງທ່ຽວ ເຢຍລະມັນ 50 ຄົນ ມາຢ້ຽມຢາມ. ກ່ອນໜ້ານັ້ນ, ມີຄະນະ famtrip, presstrip ທີ່ຕາງໜ້າໃຫ້ບັນດາບໍລິສັດທ່ອງທ່ຽວ, ໜັງສືພິມ ແລະ blogger ຂອງ ສ.ເກົາຫຼີ ແລະ ໄທ… ກໍ່ໄດ້ມາຢ້ຽມຢາມ, ສຳຫຼວດ ຊອກຫາ ທົວທ່ອງທ່ຽວ ຢູ່ພື້ນທີ່. ນັ້ນຖືໄດ້ ວ່າ ເປັນສັນຍານບົ່ງບອກ ທີ່ຕັ້ງໜ້າ ສະແດງ ໃຫ້ເຫັນວ່າ ການທ່ອງ ທ່ຽວເມືອງ ໂຮ້ຍອານ ຈະກັບຄືນສູ່ສະພາບປົກກະຕິໃນໄວໆ ນີ້.
ຄະນະນັກທ່ອງທ່ຽວ ອາເມລິກາ ແລະ ແມ່ນຄະນະ ນັກທ່ອງທ່ຽວສາກົນທຳອິດ ທີ່ມາຢ້ຽມຢາມ ໂຮ້ຍອານ ຫຼັງຈາກ ຫວຽດນາມ ໄດ້ເປີດຄືນ ການເຄື່ອນໄຫວທ່ອງທ່ຽວບໍ່ດົນ. ພາບ: ສູນວັດທະນະທຳ-ກິລາ ແລະ ສື່ສານ-ໂທລະພາບ ໂຮ້ຍອານ
ມາຍັງ ໂຮ້ຍອານ ໃນທຸກມື້ນີ້, ນອກຈາກຈະໄດ້ຊົມ ຄວາມສວຍງາມ ແບບ ໂຣແມນຕິກ ຂອງ “Venice ຫຍໍ້ສ່ວນ ຂອງ ອາຊີ” ແລ້ວ ໃນລັດສະໝີ ປະມານກວ່າ 10 ກິໂລແມັດ ອ້ອມຮອບເມືອງບູຮານ ແຫ່ງນີ້, ນັກທ່ອງທ່ຽວ ຍັງມີໂອກາດຄົ້ນພົບຕື່ມອີກ ສະຖານທີ່ທ່ອງທ່ຽວອີກຫຼາຍແຫ່ງ ທີ່ດຶງດູດໃຈ ແລະ ເປັນເອກະລັກສະເພາະຄື: ປ່າພ້າວ ນໍ້າເກີ໊ມແທງ ຊຶ່ງໄດ້ປຽບທຽບກັບເຂດດິນ ພາກຕາເວັນຕົກສຽງໃຕ້ ຫຍໍ້ສ່ວນຢູ່ ໂຮ້ຍອານ, ໝູ່ບ້ານ ຈ່າເກ໋ວ ກັບອາຊີບປູກຜັກ ນັບຫຼາຍຮ້ອຍປີ ໄດ້ຖືກ ຮັບຮອງເປັນ ມໍລະດົກ ວັດທະນະທຳ ທີ່ເປັນນາມ ມະທຳ ຂອງຊາດ, ໝູ່ບ້ານຊ່າງໄມ້ ກິມບົ່ງ ມີມາແຕ່ສະຕະວັດທີ XVI ຫຼື ໄກອີກໜ້ອຍໜຶ່ງ ແມ່ນມໍລະດົກວັດທະນະທຳໂລກ ຄື ແຜ່ນ ດິນສັກສິດ ໝີ໊ເຊີນ, ບ່ອນທ່ີທຽບໄດ້ກັບ ບັນດາຮ່ອງຮອຍ ປະຫວັດ ສາດທີ່ ມີຊື່ສຽງຄື Angkor ຂອງ ກຳປູເຈຍ, Pagan ຂອງ ມຽນມາ ຫຼື Borobudur ຂອງ ອິນໂດເນເຊຍ...
ຄຸນຄ່າທີ່ພົ້ນເດັ່ນທາງດ້ານທັດສະນີຍະພາບ, ວັດທະນະທຳ, ສິ່ງ ແວດລ້ອມ, ການບໍລິການ… ແມ່ນເງື່ອນໄຂ ຊ່ວຍໃຫ້ ໂຮ້ຍອານ ໄດ້ ຮັບການຕີລາຄາສູງ ຈາກບັນດາຜູ້ຊ່ຽວຊານ ແມ່ນຈຸດໝາຍປາຍ ທາງທີ່ມີເງື່ອນໄຂຢ່າງຄົງຖ້ວນ ເພື່ອຕອບສະໜອງ ຮູບແບບ ການ ທ່ອງທ່ຽວ ທີ່ຫຼາກຫຼາຍປະສົບການ, ປະສົມປະສານບໍລິການ ທີ່ສະ ດວກຫຼາຍຢ່າງ ຄື ວັດທະນະທຳ-ນິເວດ-ບັນເທີງ ຄາດວ່າຈະໄດ້ ຮັບ ຄວາມນິຍົມ ໃນໄລຍະ “ຫຼັງການລະບາດ”. ດ້ວຍເຫດນັ້ນ ເໜືອກວ່າບ່ອນໃດ, ໂຮ້ຍອານ- ຈະເປັນສິ່ງທີ່ດີເລີດ ສໍາລັບ ການເດີນທາງ ຄົ້ນພົບ ທີ່ພໍໃຈ ທຸກຄວາມຮູ້ສຶກ ຂອງ ນັກທ່ອງທ່ຽວ ພາຍຫຼັງທີ່ “ຖືກກັກ” ມາເປັນເວລາດົນນານ ຍ້ອນການແຜ່ລະບາດ ໂຄວິດ-19.
- ບົດ: ແທງຮ່ວາ - ພາບ: ບ໊າວອວຽນ, ແທງຮ່ວາ, ຮວ່າງຮ່າ, ເຕິດເຊີນມິງ ແລະ ເອກະສານ ສູນວັດທະນະທຳ-ກິລາ ແລະ ສື່ສານ-ໂທລະພາບ ໂຮ້ຍອານ - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ