ຂ່າວສານ

ໂຮ້ຍອານ ຕ້ອນຮັບຄະນະນັກທ່ອງທ່ຽວທຳອິດໃນປີ 2021

ນັກທ່ອງທ່ຽວ 19 ຄົນໄດ້ເປັນຜູ້ທຳອິດມາຢ້ຽມຢາມຖະໜົນເກົ່າ ໂຮ້ຍອານ ໄດ້ຮັບຊົມບາງຮູບການສະແດງສິລະປະທີ່ໄດ້ຮັບຮອງວ່າແມ່ນມໍລະດົກບໍ່ເປັນວັດຖຸຂອງມວນມະມຸດ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆໂດຍບໍ່ໄດ້ເກັບຄ່າ.


ນັກທ່ອງທ່ຽວມາຢ້ຽມຢາມຖະໜົນເກົ່າ ໂຮ້ຍອານ

(ພາບ: truyenhinhdulich.vn)


ວັນທີ 01 ມັງກອນ, ຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ ຈັດພິທີຕ້ອນຮັບຄະນະນັກທ່ອງທ່ຽວທຳອິດມາຢ້ຽມຢາມຄຸ້ມຖະໜົນເກົ່າປີ 2021. ນັກທ່ອງທ່ຽວ 19 ຄົນໄດ້ເປັນຜູ້ທຳອິດມາຢ້ຽມຢາມຖະໜົນເກົ່າ ໂຮ້ຍອານ ໄດ້ຮັບຊົມບາງຮູບການສະແດງສິລະປະທີ່ໄດ້ຮັບຮອງວ່າແມ່ນມໍລະດົກບໍ່ເປັນວັດຖຸຂອງມວນມະມຸດ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆໂດຍບໍ່ໄດ້ເກັບຄ່າ.

        ແລະກໍ່ໃນໂອກາດນີ້, ແຂວງ ແຄ໊ງຮ່ວາ ກໍ່ໄດ້ຈັດລາຍການກະຕຸ້ນການທ່ອງທ່ຽວປີ 2021 ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາວິສາຫະກິດ, ດຶງດູກນັກທ່ອງທ່ຽວຢູ່ພາຍໃນປະເທດ. ຕາມນັ້ນແລ້ວ, ນັບແຕ່ຕົ້ນປີ 2021, ຂະແໜງທ່ອງທ່ຽວແຂວງ ຈະຈັດການເຄື່ອນໄຫວວັດທະນະທຳ, ສິລະປະ, ອາຫານການກິນຢູ່ຍາຈາງ, ຮ່າໂນ້ຍ, ເຂດທາງທິດຕາເວັນຕົກພາກໃຕ້ ບາງເຫດການ ເພື່ອແນໃສ່ໂຄສະນາ, ດຶງດູດນັກທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)


top