ຂ່າວສານ

ໂຮມປະເທດຊາດເປັນເອກະພາບເພື່ອພັດທະນາຢ່າງໝັ້ນຄົງເຂັ້ມແຂງ

      ມະຫາໄຊລະດູບານໃຫມ່ ເມື່ອວັນທີ 30 ເມສາປີ 1975 ກ່ອນນີ້ 46 ປີເຕັມ ໄດ້ສ້າງບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດ ຫວຽດນາມ, ນຳປະເທດກ້າວເຂົ້າສູ່ສັງກາດໃຫມ່ ເອກະລາດ ເສລີພາບ, ເປັນເອກະພາບ ແລະ ສັງຄົມນິຍົມ. ນັບແຕ່ນັ້ນເປັນຕົ້ນມາ, ຫວຽດນາມ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຢຶດໝັ້ນຕາມບັນດາເປົ້າໝາຍທີ່ໄດ້ເລືອກ, ພັດທະນາແບບຍືນຍົງ ແລະ ເຊື່ອມໂຍງຢ່າງແຮງພ້ອມກັບປະຊາຄົມນາໆຊາດໃນໂລກ.
ນະຄອນ ໂຮ່ຈີມິນ ປະຈຸບັນ
ພາບປະກອບ: nhandan.com.vn
      ພາຍຫລັງໄຊຊະນະປະຫວັດສາດເມື່ອວັນທີ 30 ເມສາ ປີ 1975, ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນສະພາບທີ່ຫຍຸ້ງຍາກ ທັງຕໍ່ສູ້ຕ້ານສົງຄາມຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ ແລະ ເຂດຊາຍແດນພາກເຫນືອ ເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະຢູ່ທະເລຕາເວັນອອກ ແລະ ຕ້ອງປະເຊີນຫນ້າກັບນະໂຍບາຍປິດລ້ອມຂວ້ຳບາດທີ່ເຄັ່ງຄັດ. ແຕ່ທັງຊາດຫວຽດນາມ ໄດ້ບືນຕົວຂຶ້ນ ພິເສດ ນັບແຕ່ເມື່ອພາລະກິດປ່ຽນແປງໃຫມ່ໄດ້ເລີ່ມຕົ້ນຂຶ້ນແຕ່ປີ 1986 ປະເທດຫວຽດນາມ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ຈາກພື້ນຖານເສດຖະກິດກະສິກຳ ຫລ້າຫລັງ, ຂອບຂະຫນາດນ້ອຍ ດ້ວຍ GDP ພຽງແຕ່ 14 ຕື້ USD ແລະ GDP ສະເລ່ຍຕໍ່ຫົວຄົນພຽງປະມານ 250 USD ໃນຊຸມປີປ່ຽນແປງໃຫມ່, ຫວຽດນາມ ໄດ້ຫລຸດພົ້ນອອກຈາກສະພາບອຶດຫິວ ທຸກຍາກ, ຫັນມາປະຕິບັດ ແລະ ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ.
ປີ 2019 ຫວຽດນາມ ໄດ້ມີການພົວພັນຢ່າງເປັນທາງການກັບ 189/193 ປະເທດ ຂອ ງສະຫະປະຊາຊາດ, ມີການພົວພັນດ້ານເສດຖະກິດ ການຄ້າ ແລະ ການລົງທຶນກັບກວ່າ 224 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ຮອດປີ 2020 ຫວຽດນາມ ໄດ້ລົງນາມສັນຍາ FTA 15 ສະບັບ, ມີ 16 ຄູ່ຮ່ວມມືຍຸດທະສາດ, 11 ຄູ່ຮ່ວມມືຍຸດທະສາດຮອບດ້ານ; ເຂົ້າຮ່ວມກວ່າ 500 ສັນຍາສອງຝ່າຍ ແລະ ຫລາຍຝ່າຍໃນຫລາຍຂົງເຂດ ແລະ 71 ປະເທດໄດ້ຮັບຮອງຫວຽດນາມ ແມ່ນ ພື້ນຖານເສດຖະກິດການຕະຫລາດ... ຫວຽດນາມ ໄດ້ສ້າງເລື່ອງລາວຢ່າງມະຫັດສະຈັນໃນກິດຈະການຫລຸດຜ່ອນຄວາມທຸກຍາກ ດ້ວຍດັດຊະນີ HDI ປີ 2019 ແມ່ນ 0.63% ຢືນອັນດັບ 118 ໃນຍອດຈຳນວນ 189 ປະເທດ ໝາຍຄວາມວ່າ ແມ່ນນອນໃນກຸ່ມບັນດາປະເທດມີລະດັບການເຕີບໂຕດັດຊະນີ HDI ສູງສຸດໃນໂລກ.
ສະເພາະ ຂົງເຂດເສດຖະກິດ, ໃນບັນຊີລາຍຊື່ 200 ບໍລິສັດທີ່ມີລາຍຮັບກວ່າ 1 ຕື້ USD ດີສຸດຢູ່ ພາກພື້ນ ອາຊີ - ປາຊີຟິກ ໂດຍ Forbes Asia 2019 ປະກາດ ໄດ້ມີລາຍຊື່ຂອງວິສາຫະກິດຫວຽດນາມ 7 ແຫ່ງ. ແລະ ໃນບັນຊີລາຍຊື່ເສດຖີເງິນຕື້ USD ຂອງໂລກ ໂດຍ Forbes ເຊີດຊູ ໄດ້ມີຊື່ເສດຖີຊາວຫວຽດນາມ 5 ຄົນ. ມີວິສາຫະກິດຫວຽດນາມ ຫລາຍແຫ່ງ ໄດ້ມຸ່ງໄປເຖິງການບຸກທະລຸໃນການຜະລິດອຸດສາຫະກຳ ແລະ ເຕັກໂນໂລຊີ ດ້ວຍບັນດາໂຄງການໃຫຍ່ຈະອອກສູ່ຕະຫລາດໂລກ. ຫວຽດນາມ ຢືນອັນດັບ 8 ໃນຈຳນວນບັນດາພື້ນຖານເສດຖະກິດດີທີ່ສຸດຂອງໂລກ ເພື່ອເຂົ້າມາລົງທຶນໃນປີ 2019, ຍັບຂຶ້ນ 15 ຂັ້ນເມື່ອທຽບໃສ່ປີ 2018; ກຳລັງຄວາມສາມາດແກ້ງແຍ່ງຂອງ ຫວຽດນາມ ໂດຍເວທີປາເສດຖະກິດໂລກ ຈັດອັນດັບທີ 67/141 ປະເທດ, ເຂດແຄ້ວນ, ຍັບຂຶ້ນ 10 ຂັ້ນເມື່ອທຽບໃສ່ປີ 2018.
ປີ 2020 ກໍ່ຮັບຮູ້ບັນດາຂີດໝາຍໃຫມ່ໃນການເຊື່ອມໂຍງເຂົ້າກັບສາກົນ ດ້ວຍການຍົກສູງທີ່ຕັ້ງບົດບາດ ອິດທິພົນຊື່ສຽງອີກບາດກ້າວຫນຶ່ງ ແລະ ກຳລັງຄວາມສາມາດຮັບ “ສອງຫນ້າທີ່” ໃນປີ 2020 ເມື່ອທັງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ແລະ ເປັນປະທານ ອາຊຽນ. ດ້ວຍຖານະແມ່ນປະທານ ອາຊຽນ 2020 – 2021 ຫວຽດນາມ ໄດ້ ແລະ ພວມມີບັນດາບາດກ້າວເດີນໃຫຍ່ ເພື່ອແນໃສ່ຊຸກຍູ້ຖານະບົດບາດແມ່ນການນຳຂອງພາກພື້ນ.
ໃນປີ 2021, ຫວຽດນາມ ສູ້ຊົນ ນຳ GDP  ໃຫ້ບັນລຸການເຕີບໂຕປະມານ 6%. GDP ສະເລ່ຍຕໍ່ຫົວຄົນແມ່ນ ປະມານ 3.700 USD. ໄລຍະ 2021 – 2025 ຫວຽດນາມ ສືບຕໍ່ຊຸກຍູ້ການເຕີບໂຕເສດຖະກິດ ສ່ວນຫລາຍແມ່ນລວງເລິກ, ສ້າງສຳເລັດຮູບແບບການເຕີບໂຕຢ່າງຄົບຊຸດທັງດ້ານເສດຖະກິດ - ເຕັກນິກ, ເສດຖະກິດ -ສັງຄົມ ແລະ ເສດຖະກິດ -ຊີວະພາບ, ຊຸກຍູ້ການພັດທະນາບົນພື້ນຖານປ່ຽນໃຫມ່ປະດິດຄິດສ້າງ, ຍົກສູງກຳລັງສະມັດຕະພາບແຮງງານ, ໝູນໃຊ້ຄວາມກ້າວຫນ້າວິທະຍາສາດ - ເຕັກໂນໂລຊີ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ພັດທະນາທ່າໄດ້ປຽບການປຽບທຽບ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.
ການກຳນົດທິດວິໄສທັດ ແລະ ຄວາມຄາດຫວັງພັດທະນາໃຫ້ແກ່ ຫວຽດນາມ ໃນປີ 2021 ແລະ ໃນໄລຍະ 2021 – 2030 ໂດຍອີງໃສ່ຫລັກການ ຖືພຶດຕິກຳຕົວຈິງ ແມ່ນມາດຕະຖານຂອງສັດຈະທຳ, ສ່ອງແສງກົດລະບຽບແຫ່ງການພັດທະນາຢູ່ຫວຽດນາມ ແລະ ຂຸດຄົ້ນບັນດາຜົນງານແຫ່ງການພັດທະນາຂອງໂລກຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4; ຮັບເອົາໂດຍມີການຄັດເລືອກບັນດາຄຸນຄ່າກ້າວຫນ້າຂອງມວນມະນຸດກ່ຽວກັບການພັດທະນາມະນຸດຢ່າງຮອບດ້ານ, ເພື່ອມະນຸດ, ຖືມະນຸດເປັນໃຈກາງ, ໂດຍມະນຸດ ແລະປົດປ່ອຍມະນຸດ… ສອດຄ່ອງກັບຫລັກປັດຊະຍາຂອງຊາດຫວຽດນາມ ແລະ ດ້ວຍທາດແທ້ວັດທະນະທຳມະນຸດອັນສູງສົ່ງຂອງສັງຄົມນິຍົມ.
ຜົນງານແບບຍືນຍົງຊື່ງຫວຽດນາມ ບັນລຸໄດ້ໃນທຸກຂົງເຂດໃນ 46 ປີຜ່ານມາ ນັບແຕ່ເມື່ອປະເທດຊາດທ້ອນໂຮມເປັນເອກະພາບ ໄດ້ສ້າງພື້ນຖານ ແລະ ປະຖົມປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ສືບຕໍ່ປ່ຽນແປງໃຫມ່ ແລະ ພັດທະນາຢ່າງແຮງ, ຮອບດ້ານກວ່າອີກໃນໄລຍະໃຫມ່. ໄຊຊະນະປະຫວັດສາດເມື່ອວັນທີ 30 ເມສາປີ 1975 ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຈິດໃຈຂອງມະຫາໄຊລະດູບານໃຫມ່ປີ 1975 ແມ່ນພື້ນຖານເພື່ອໃຫ້ປະຊາຊົນ ຫວຽດນາມ ສ້າງສາປະເທດຊາດ ໃຫ້ໝັ້ນຄົງເຂັ້ມແຂງ.
(ແຫຼ່ງຄັດຈາກ VOV)


top