ຂ່າວສານ

ໂຮມປະເທດຊາດຫວຽດນາມລົງນາມໃນມະຕິລະຫວ່າງຂະແຫນງ

      ຕອນບ່າຍວັນທີ 15 ມິຖຸນາ, ຢູ່ ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງ ພິທີລົງນາມໃນມະຕິລະຫວ່າງຂະແຫນງ ໂດຍກຳນົດລະອຽດບັນດາຮູບການຕິດຕາມກວດກາ ແລະໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດຫວຽດນາມ. 
ບັນດາການນຳສະພາແຫ່ງຊາດ,ລັດຖະບານ, ແນວໂຮມປະເທດຊາດເຂົ້າຮ່ວມພິທີລົງນາມ
      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ໄດ້ເຂົ້າຮ່ວມພິທີລົງນາມ. ເລື່ອງສືບຕໍ່ສ້າງກົນໄກໃຫ້ສົມບູນແບບ, ໃນນັ້ນ ມີການກຳນົດລະອຽດກ່ຽວກັບບັນດາຮູບການຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດຫວຽດນາມໃນມະຕິລະຫວ່າງຂະແຫນງສະບັບນີ້ ຈະປະກອບສ່ວນແກ້ໄຂກ່ຽວກັບກົນໄກ, ຍົກສູງຄຸນນະພາບວຽກງານຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມໃນໄລຍະຈະມາເຖິງ. 
 (ແຫຼ່ງຄັດຈາກ VOV)

top