ຂ່າວສານ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.
  ພິທີມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສປຊ  

ວັນທີ 22 ມີນາ, ຢູ່ Bentiu , ປະເທດຊູດັງໃຕ້, ໄດ້ດຳເນີນພິທີມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສປຊ ໃຫ້ 63 ສະມາຊິກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຂອງ ຫວຽດນາມ.  ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ. ໂດຍຕາງໜ້າຄະນະປະຕິບັດງານຮັກສາສັນຕິພາບ ສປຊ, ທ່ານນາງ Jane Kony,  ຮັກສາການຫົວໜ້າຄະນະປະຕິບັດງານເຂດຕົວຈິງ ພ້ອມກັບທ່ານ ພົນຕີ Mohan Subramanian ຫົວໜ້າຜູ້ບັນຊາການກຳລັງຄະນະປະຕິບັດງານ ໄດ້ຮັບຮູ້, ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງບັນດາພະນັກງານ ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຫວຽດນາມ ຕໍ່ພາລະກິດຮັກສາສັນຕິພາບ ສປຊ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການເບິ່ງແຍງດູແລສຸຂະພາບໃຫ້ແກ່ກຳລັງໝວກເບລາຂຽວທະຫານປະຈຳຖິ່ນເທົ່ານັ້ນ, ຫາກຍັງມີການເຄື່ອນໄຫວໜູນຊ່ວຍ ແລະ ຊ່ວຍເຫຼືອປະຊາຊົນທ້ອງຖິ່ນ ເພື່ອມີການດຳລົງຊີວິດທີ່ດີກ່ວາອີກດ້ວຍ.


top