ຂ່າວສານ

ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ປິດ​ສົກ​ຮຽນ 2024 – 2025

ວັນທີ 23 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໂຮງຮຽນສອງພາສາ ລາວ - ຫວຽດ ຫງວນຢູ ໄດ້ຈັດພິທີປິດສົກຮຽນ 2024 – 2025.
ລາຍການສະແດງສິລະປະໃນພິທີປິດສົກຮຽນ

ເມື່ອກ່າວຄຳເຫັນໃນພິທີ, ທ່ານນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ, ສົກຮຽນ 2024 – 2025 ທັງຄູອາຈານ ແລະ ນັກຮຽນຂອງໂຮງຮຽນສອງພາສາລາວ - ຫວຽດ ຫງວຽນຢູ ບັນລຸໄດ້ບັນດາຜົນງານທີ່ໜ້າຊື່ນຊົມໃນການຮ່ຳຮຽນ ກໍຄືບັນດາການເຄື່ອນໄຫວອື່ນ, ເຊັ່ນ: ປະຕິບັດສຳເລັດເປົ້າໝາຍສົກຮຽນ 2024 – 2025 ດ້ວຍອັດຕານັກຮຽນເກັ່ງບັນລຸ 16,94%; ຖັນແຖວນັກຮຽນເກັ່ງຂອງໂຮງຮຽນ ຍາມໃດກໍບັນລຸໄດ້ລາງວັນສູງໃນການເສັງຄັ້ງຕ່າງໆ.

        ນອກຈາກບັນດາກິດຈະກຳແຂ່ງຂັນການຮຽນການສອນແລ້ວ, ໂຮງຮຽນຍັງ ຕັ້ງໜ້າລະດົມກຳລັງໃຈ, ສ້າງເງື່ອນໄຂເພື່ອໃຫ້ບັນດານັກຮຽນເຂົ້າຮ່ວມຂະບວນການຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ, ເຊັ່ນ: ເຂົ້າຮ່ວມການສະແດງສິລະປະວັນນະຄະດີໃນເຫດການຕ່າງໆ ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນ, ການເຄື່ອນໄຫວກຸສົນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ, ຊ່ວຍເຫຼືອປະຊາຊົນ, ທະຫານຢູ່ໝູ່ເກາະ ເຈື່ອງຊາ…


top