ຂ່າວສານ

ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ ໄດ້ຮັບຫຼຽນກາຮັກສາສັນຕິພາບ ສປຊ

ທ່ານພັນເອກ Waleed Elazizy, ຫົວໜ້າກຳລັງເສນາຮັກຂອງຄະນະ ກໍຢັ້ງຢືນວ່າ ໂຮງໝໍກາງສະໜາມຂອງ ຫວຽດນາມ ໄດ້ສວມບົດບາດສຳຄັນໃນການສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19 ຢູ່ຖານທີ່ໝັ້ນ Bentiu. ທ່ານພັນເອກ Waleed Elazizy ກໍໃຫ້ຮູ້ວ່າ “ພາລະກອນຂອງ ສປຊ ຢູ່ທີ່ນີ້ ມີຄວາມຮູ້ສຶກປອດໄພ ແລະ ສະບາຍໃຈເມື່ອມາປິ່ນປົວຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ.”
  ຜູ້ຕາງໜ້າ ສປຊ ປະດັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບຂອງ ສປຊ ໃຫ້ແກ່ສະມາຊິກ 63 ຄົນ (ພາບ: Nguyen Dam)  

 ຫວ່າງມໍ່ໆມານີ້, ຢູ່ Bentiu, ສາທາລະນະລັດ ຊູດັງໃຕ້ ໄດ້ດຳເນີນພິທີມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບຂອງ ສປຊ ໃຫ້ແກ່ສະມາຊິກ 63 ຄົນ ສັງກັດໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ ແນໃສ່ຮັບຮູ້ຜົນງານປະຕິບັດໜ້າທີ່ໃນໜຶ່ງປີຜ່ານມາ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ Hiroko Hirahara, ຫົວໜ້າຖານທີ່ໝັ້ນ Bentiu ຂອງຄະນະຮັກສາສັນຕິພາບ ສປຊ ແລະ ພົນຈັດຕະວາ Dhanajay Joshi, ຮັກສາການຜູ້ບັນຊາການກຳລັງ ສປຊ ປະຈຳ ຊູດັງໃຕ້ ໄດ້ຕີລາຄາສູງຕໍ່ການອຸທິດສ່ວນ, ຄວາມສຸດຈິດສຸດໃຈ ແລະ ແບບພອມການເຮັດວຽກຢ່າງເປັນມືອາຊີບຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ.

ໃນຂະນະນັ້ນ, ທ່ານພັນເອກ Waleed Elazizy, ຫົວໜ້າກຳລັງເສນາຮັກຂອງຄະນະ ກໍຢັ້ງຢືນວ່າ ໂຮງໝໍກາງສະໜາມຂອງ ຫວຽດນາມ ໄດ້ສວມບົດບາດສຳຄັນໃນການສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19 ຢູ່ຖານທີ່ໝັ້ນ Bentiu. ທ່ານພັນເອກ Waleed Elazizy ກໍໃຫ້ຮູ້ວ່າ “ພາລະກອນຂອງ ສປຊ ຢູ່ທີ່ນີ້ ມີຄວາມຮູ້ສຶກປອດໄພ ແລະ ສະບາຍໃຈເມື່ອມາປິ່ນປົວຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ.”

ພິທີມອບຫຼຽນກາ ເປັນຂີດໝາຍສຳຄັນ 1 ປີ ທີ່ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ດ້ວຍຜົນງານ, ຄວາມມານະພະຍາຍາມທີ່ໜ້າສົ່ງເສີມຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 3; ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຢັ້ງຢືນ ຫວຽດນາມ - ເປັນປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ ເທົ່ານັ້ນ, ແຕ່ຍັງແມ່ນນ້ຳໃຈຄວາມຮັກແພງຢ່າງເລິກເຊິ່ງຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນ ຊູດັງໃຕ້ ອີກດ້ວຍ.



top