ຂ່າວສານ

ໂຮງໝໍ ເຂດຊານ ນະຄອນ ໂຮ່ຈີມິນ ຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນຢ່າງບຸກທະລຸ ພາຍຫລັງໂຄວິດ -19

ກ່ອນນີ້ ແມ່ນໂຮງຫມໍແຫ່ງຫນຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ພາຍຫລັງໂຄວິດ - 19 ແຕ່ປະຈຸບັນ ໂຮງໝໍ ເມືອງ ບິ່ງແຈງ ໄດ້ມີການປ່ຽນແປງຢ່າງແຮງ, ບືນຕົວຂຶ້ນ ນັບມື້ນັບຍົກສູງຄຸນນະພາບການຮັບໃຊ້, ເບິ່ງແຍງ ຮັກສາສຸຂະພາບໃຫ້ປະຊາຊົນ. ມາຮອດປະຈຸບັນ, ໂຮງໝໍ ເມືອງ ບິ່ງແຈງ ໄດ້ກາຍເປັນຫນຶ່ງໃນບັນດາໂຮງໝໍ ເມືອງ ທີ່ມີກຳລັງດຶງດູດຢູ່ ນະຄອນໂ ຮ່ຈີມິນ.
  ແພດໝໍຢູ່ ໂຮງໝໍ ເມືອງ ບິ່ງແຈງ ພວມປະຕິບັດການວາງເຄື່ອງກະຕຸ້ນຈັ່ງຫວະຫົວໃຈ  

ວັນທີ 13 ກຸມພາ ປີ 2022, ໂຮງໝໍເມືອງ ບິ່ງແຈງ ນະຄອນ ໂຮ່ຈີມິນ  ສ້າງຂີດໝາຍແຫ່ງບາດກ້າວເດີນໃຫມ່ໃນເຕັກນິກໃນການແຊກແຊງລະບົບຫົວໃຈເສັ້ນເລືອດ, ປະຕິບັດການໃສ່ເຄື່ອງກະຕຸ້ນຈັ່ງຫວະຫົວໃຈ ພາຍໃຕ້ການຫນູນຊ່ວຍຂອງຜູ້ຊ່ຽວຊານສະຖາບັນໝາກຫົວໃຈ ນະຄອນ ໂຮ່ຈີມິນ.

ຄົນເຈັບ ແມ່ນ ປ້າ ຫງວຽນຖູ່ຍເວີນ ອາຍຸ 56 ປີ. 5 ປິກ່ອນນີ້ ປ້າ ຖືກບົ່ງມະຕິແມ່ນໄຊນັດຫົວໃຈລົ້ມເຫຼວ ແລະ ຕ້ອງໃສ່ເຄື່ອງກະຕຸ້ນຈັ່ງຫວະຫົວໃຈ. ຍ້ອນເງື່ອນໄຂເສດຖະກິດຄອບຄົວຈຳກັດ ສະນັ້ນ ປ້າ ພຽງປິ່ນປົວ ຢູ່ ຫ້ອງກວດພະຍາດເອກະຊົນ. ທ້າຍປີ 2022, ໂດຍຮັບຂ່າວວ່າ ໂຮງໝໍເມືອງ ບິ່ງແຈງ ຜັນຂະຫຍາຍການແຊກແຊງຫົວໃຈ ດ້ວຍລາຍຈ່າຍເໝາະສົມ, ປ້າ ຫງວຽນຖູຍເວີນ ຕັດສິນໃຈວາງເຄື່ອງກະຕຸ້ນຈັ່ງຫວະຫົວໃຈ ພາຍໃຕ້ຄຳປຶກສາຢ່າງສຸດໃຈຂອງແພດໝໍຢູ່ທີ່ນີ້.

 “ມີບາງຄົນຖາມວ່າ ເປັນຫຍັງບໍ່ເຂົ້າຜ່າຕັດຢູ່ໂຮງໝໍໃຫຍ່ ແຕ່ຫາກເລືອກໂຮງໝໍເມືອງ. ຂ້າພະເຈົ້າຕອບວ່າ ເວລາສຸຂະພາບອ່ອນເພຍ, ຕິດພະຍາດແລ້ວ ແພດໝໍໃຫ້ເຮົາໄປໃສເຮົາຕ້ອງໄປຕາມ ບໍ່ຮູ້ຈະເລືອກເອົາອັນໃດດີ. ພາຍຫລັງປະຕິບັດການຜ່າຕັດຢູ່ໂຮງໝໍເມືອງ ຂ້າພະເຈົ້າຮູ້ສຶກສຸຂະພາບດີຂຶ້ນ. ແພດໝໍ ມາຢື້ຢາມຖາມຂ່າວເປັນປະຈຳ. ນ້ອງຂອງຂ້າພະເຈົ້າກໍ່ຕີລາຄາວ່າ ໂຮງໝໍເມືອງ ເຖິງວ່າບໍ່ໃຫຍ່ ແຕ່ແພດໝໍກໍ່ເຮັດວຽກຢ່າງສຸດໃຈ ແລະ ເຂັ້ມງວດ”

ທ່ານໝໍ ຟ້າມຫງວຽນແອງຫວູ ຫົວຫນ້າ ພະແນກແຜນການສັງລວມ, ໂຮງໝໍ ເມືອງ ບິ່ງແຈງ ໃຫ້ຮູ້ວ່າ: ຫລາຍປີກ່ອນນີ້ ແຕ່ລະເດືອນ ຕ້ອງສົ່ງຄົນເຈັບໄປໂຮງໝໍຂັ້ນເທິງ ປະມານ 30 ຄົນ ຍ້ອນບໍ່ມີອຸປະກອນເຕັກນິກ, ແພດໝໍຮູ້ວິຊາສະເພາະຍັງບໍ່ມີຫລາຍຄົນ ສະນັ້ນປະສົບກັບຄວາມຫຍຸ້ງຍາກໃນການປິ່ນປົວໃຫ້ຄົນເຈັບ.

ສະນັ້ນ ໂຮງໝໍ ໄດ້ສົ່ງພະນັກງານໄປຮຽນວິຊາສະເພາະຢູ່ ໂຮງໝໍຫົວໃຈ ນະຄອນໂຮ່ຈິມິນ ພ້ອມທັງຊື້ອຸປະກອນ ກະກຽມພື້ນຖານດ້ານວັດຖຸ. ປະຈຸບັນ ຈຳນວນປະຊາຊົນ ມາກວດ ປິ່ນປົວພະຍາດຫົວໃຈຢູ່ໂຮງໝໍ ນັບມື້ນັບເພີ່ມຂຶ້ນ. ທ່ານໝໍ ຟ້າມຫງວຽນແອງຫວູ ໃຫ້ວ່າ:

 “ຫນ່ວຍງານ ລວມມີ ທ່ານໝໍ ຄົນ ແລະ ນັກເຕັກນິກ ຄົນ ພວມໄປຮຽນວິທີກວດ ແລະ ປິ່ນປົວລະບົບຫົວໃຈຢູ່ໂຮງໝໍຫົວໃຈພຽງອີກ  2-3 ເດືອນຫນ່ວຍງານນັ້ນ ອາດຈະປະຕິບັດດ້ວຍຕົນເອງໄດ້ດ້ວຍການຫນູນຊ່ວຍຂອງບັນດານັກຊ່ຽວຊານທາງໂຮງໝໍ ກໍ່ຂໍຄວາມຊ່ວຍເຫຼືອນຳບັນດາສາດສະດາຈານສະເພາະຂະແຫນງຂອງມະຫາວິທະຍາໄລການແພດການຢາ ນະຄອນ ໂຮ່ຈີມິນມະຫາວິທະຍາໄລການແພດການຢາ ຟ້າມງອັກແທກ ເພື່ອສົ່ງພະນັກງານມາຊ່ວຍການກວດ ແລະ ປິ່ນປົວລະບົບຫົວໃຈ.

ຕົ້ນປີ 2022, ຈຳນວນຄົນເຈັບມາກວດ ປິ່ນປົວພະຍາດຢູ່ໂຮງໝໍ ມື້ຫນຶ່ງແມ່ນ 300-400 ເທື່ອຄົນ, ບາງມື້ແມ່ນ 500 ເທື່ອຄົນ ແຕ່ມາຮອດໄຕມາດ 3 ແມ່ນເພີ່ມຂຶ້ນທົບ 3,4 ເທົ່າ. ໂຮງໝໍ ໄດ້ທຳການດັດປັບລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ຂັ້ນຕອນການກວດ ປິ່ນປົວພະຍາດໃຫ້ໄວຂຶ້ນ ແລະ ເວລາລໍຖ້າຂອງຄົນເຈັບກໍ່ບໍ່ດົນ.     

ເພື່ອແນໃສ່ເພີ່ມອິດທິພົນຊື່ສຽງ ແລະ ຄຸນນະພາບການກວດ ປິ່ນປົວພະຍາດ, ໂຮງໝໍ ເມືອງ ບິ່ງແຈງ ໄດ້ເຊື້ອເຊີນນັກຊ່ຽວຊານມາຫນູນຊ່ວຍດ້ານວິຊາສະເພາະ, ຮຽກຮ້ອງການຊ່ວຍເຫລືອຂອງບັນດາໂຮງໝໍຂັ້ນເທິງ. ທ່ານໝໍ ຫວູງອກເກື່ອງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະມີບັນດານະໂຍບາຍຄືນູນຊ່ວຍບ່ອນພັກອາໄສໃຫ້ແກ່ທ່ານໝໍນຸ່ມທີ່ຍັງບໍ່ທັນສ້າງຄອບຄົວບໍ່ທັນມີເຮືອນຢູ່ ເຊິ່ງເຂົາເຈົ້າບໍ່ມີບ່ອນຢູ່ໃນນະຄອນ ໂຮ່ຈີມິນບັນດາທ່ານໝໍນຸ່ມຢູ່ທີ່ນີ້ ເວລາເຮັດວຽກໃນ ແລະ ນອກໂມງກໍ່ຄືກັນກັບທ່ານໝໍປະໂຮງໝໍນີ້ເຂົາເຈົ້າສາມາດຄົ້ນຄ້ວາວິທະຍາສາດຂຽນຫົວເລື່ອງສະເພາະການຄົ້ນຄ້ວາຮອເວລາມີໃບຢັ້ງຢືນປະຈິບັດອາຊີບນັ້ນ ເຂົາເຈົ້າກໍສືບຕໍ່ອຸທິດສ່ວນໃຫ້ໂຮງໝໍ.

ດ້ວຍຄວາມຕັດສິນໃຈ ແລະ ການກຳນົດທິດພັດທະນາໃຫ້ມີບາດກ້າວກະໂດດຂັ້ນສະເພາະ, ໂຮງໝໍເມືອງ ບິ່ງແຈງ ໄດ້ຮັບຄວາມຫວັງວ່າ ຈະກາຍເປັນໂຮງໝໍອັນດັບຫນຶ່ງ ໃນ 2-3 ປີຈະມາເຖິງ ແລະ ແມ່ນຫນຶ່ງໃນບັນດາຮາກຖານສາທາລະນະສຸກຫລັກຢູ່ປະຕູທາງທິດຕາເວັນຕົກຂອງ ນະຄອນ ໂຮ່ຈີມິນ.


top