ໃນອະນາຄົດ, ໂຮງໝໍ ບິ່ງເຢິນ ໄດ້ກຳນົດທິດສ້າງໂຮງໝໍໃຫ້ກາຍເປັນໂຮງໝໍອັດສະລິຍະຜ່ານການຫັນເປັນດີຈີຕອນຢ່າງຮອບດ້ານ, ນຳໃຊ້ເຕັກໂນໂລຊີເພື່ອຫັນຂັ້ນຕອນການປິ່ນປົວໃຫ້ເປັນຢ່າງດີທີ່ສຸດ.
ທ່ານຮອງສາດສະດາຈານ, ປະລິນຍາເອກ ທ່ານໝໍ ເຈິ່ນວິງຮືງ, ອຳນວນການໂຮງໝໍ ບິ່ງເຢິນ (ພາບ: baotintuc.vn)
ດ້ວຍການປະຕິບັດການຜ່າຕັດດ້ວຍ robot ກວ່າ 3.800 ຄັ້ງໃນຮອບເວລາ 10 ປີຜ່ານມາ ແລະ ບຳລຸງສ້າງ, ຖ່າຍທອດເຕັກໂນໂລຊີຜ່າຕັດດ້ວຍ robot ໃຫ້ຫຼາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໂຮງໝໍ ບິ່ງເຢິນ (ນະຄອນ ໂຮ່ຈີມິນ) ໄດ້ກຳນົດທິດໃຫ້ກາຍເປັນສູນບຳລຸງສ້າງການຜ່າຕັດດ້ວຍ robot ແຖວໜ້າໃຫ້ແກ່ບັນດາໂຮງໝໍພາຍໃນປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນຄຳຢືນຢັນຂອງ ທ່ານຮອງສາດສະດາຈານ, ປະລິນຍາເອກ ທ່ານໝໍ ເຈິ່ນວິງຮືງ, ອຳນວນການໂຮງໝໍ ບິ່ງເຢິນ ໃນຕອນເຊົ້າວັນທີ 28 ກຸມພາ ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການເດີນທາງຂອງຂະແໜງປິ່ນປົວພາຍນອກ, ຕ້ອນຮັບຫຼຽນໄຊແຮງງານຊັ້ນ 2 ແລະ ເປີດນຳໃຊ້ຕຶກອາຄານໃຈກາງຂອງໂຮງໝໍ.
ໃນອະນາຄົດ, ໂຮງໝໍ ບິ່ງເຢິນ ໄດ້ກຳນົດທິດສ້າງໂຮງໝໍໃຫ້ກາຍເປັນໂຮງໝໍອັດສະລິຍະຜ່ານການຫັນເປັນດີຈີຕອນຢ່າງຮອບດ້ານ, ນຳໃຊ້ເຕັກໂນໂລຊີເພື່ອຫັນຂັ້ນຕອນການປິ່ນປົວໃຫ້ເປັນຢ່າງດີທີ່ສຸດ. ພິເສດ, ທາງໂຮງໝໍພວມມຸ່ງໄປເຖິງການສ້າງສູນຜ່າຕັດ ແລະ ບຳລຸງສ້າງ robot ແຫ່ງທຳອິດຢູ່ ຫວຽດນາມ, ຖ່າຍທອດເຕັກໂນໂລຊີໃຫ້ບັນດາທ່ານໝໍທີ່ຢູ່ພາຍໃນປະເທດ ແລະ ພາກພື້ນ.