ຂ່າວສານ

ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄຂສົກຮຽນໃໝ່ 2021 – 2022

      ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ  ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ແບບທາງໄກ ໃນຕອນເຊົ້າວັນທີ 15 ກັນຍາ. 
ພິທີໄຂສົກຮຽນໃໝ່ 2021 - 2022 ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ພາບ: TTXVN)
      ຕອນເຊົ້າວັນທີ 15 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ແບບທາງໄກ. ກ່າວຄຳເຫັນທີ່ພິທີ, ທ່ານນາງຜູ້ອຳນວຍການໂຮງຮຽນ ສີວັນເຮືອງ ເພັງຄຳໄມ ໃຫ້ຮູ້ວ່າ ໃນສົກຮຽນ 2020 – 2021, ເຖິງວ່າປະເຊີນໜ້າກັບໂລກລະບາດໂຄວິດ - 19 ກໍຕາມ ແຕ່ທາງໂຮງຮຽນ ຍາມໃດກໍມານະພະຍາຍາມຮັບປະກັນການສຶກສາຮ່ຳຮຽນຂອງນັກຮຽນບໍ່ຖືກຕັດຕອນ; ພ້ອມດຽວກັນນັ້ນ, ທາງໂຮງຮຽນ ກໍໄດ້ຂຶ້ນແຜນການ, ສູ້ຊົນບັນລຸຫຼາຍມາດຕະຖານການຮຽນ, ການສອນໃນສົກຮຽນ.
        ໂດຍເຂົ້າຮ່ວມພີທີໄຂສົກຮຽນໃໝ່, ທ່ານ ເຈິ່ນດ້າຍຖັ໊ງ, ເລຂາຜູ້ທີໜຶ່ງ ສະຖານທູດ ຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນໃຫ້ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ບັນລຸຜົນງານທີ່ສູງກວ່າໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນການກໍ່ສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນທີ່ດີຂອງຊາວ ຫວຽດນາມ ອາໄສ ຢູ່ ລາວ.
(ແຫຼ່ງຄັດຈາກ VOV)


top