ວິຖີຊີວິດ ຂອງ ຄົນ ຫວຽດ

ໂຮງຮຽນກະສິກໍາ Maya

Maya ແມ່ນ​ໂຮງຮຽນ​ກະສິກຳລະດັບ​ສອງ​ພາສາ​ທີ່​ຕັ້ງ​ຢູ່​ບ້ານ Maya (ເມືອງ ແທກເທິດ, ຮ່າ​ໂນ້ຍ).

Maya - ບ້ານຂອງການສຶກສາໄວໜຸ່ມ

ມາຍັງໂຮງຮຽນ Maya, ພວກຂ້າພະເຈົ້າຮູ້ສຶກປະທັບໃຈ ທີ່ໄດ້ສຳຜັດໂຮງຮຽນຢູ່ປ່າ ກາງພູເຂົາ.ໂຮງຮຽນມີເນື້ອທີ່ກວ່າ 10ເຮັກຕາ, ບັນດາຫ້ອງຮຽນມຸງດ້ວຍ ໃບໄມ້. ດ້ວຍຄວາມ ເຊື່ອທີ່ວ່າເດັກນ້ອຍທຸກຄົນມີຄວາມມັກຂອງຕົນເອງແລະກິດຈະກໍາການສຶກສາເພື່ອໃຫ້ເດັກທຸກຄົນມີໂອກາດທີ່ຈະພັດທະນາຕົນເອງທີ່ດີເໝາະສົມແລະ ເປັນຮຸ່ນທ່ີດີທ່ີສຸດ. ຫຼັກສູດການ ສິດສອນຂອງ Maya ແມ່ນຂ້ອນຂ້າງປະທັບໃຈນອກເໜືອ ຈາກວິຊາທີ່ກະຊວງສຶກສາແລະ ບຳລຸງສ້າງກໍານົດ, ຍັງມີວິຊາຕ່າງໆເຊັ່ນ: ດາລາສາດ, ພຶກສາສາດ ແລະ ແນວທາງ ປະຕິບັດການດໍາລົງຊີວິດຂັ້ນສູງ.

Maya ແມ່ນໂຮງຮຽນກະສິກຳລະດັບສອງພາສາທີ່ຕັ້ງຢູ່ບ້ານ Maya (ເມືອງ ແທກເທິດ, ຮ່າໂນ້ຍ). ພາບ: ເອກະສານ

ນັກຮຽນ Maya ສະແດງຄວາມຍິນດີກັບຄູອາຈານໃນວັນຄູ ຫວຽດນາມ (ວັນທີ 20 ພະຈິກ). ພາບ: ເອກະສານ

ຊົ່ວໂມງຂອງການຝຶກອົບຮົມທັກສະການຢູ່ລອດພາຍນອກດ້ວຍການຊີ້ນໍາຂອງຄູສອນ. ພາບ: ຫວຽດເກື່ອງ/VNP

ແຂ່ງຂັນກິລາ ຢູ່ກາງແຈ້ງ ເນື່ອງໃນວັນຄູ ຫວຽດນາມ. ພາບ: ເອກະສານ

ແຕ່ລະຊຸດຮຽນ, ນັກສຶກສາ Maya ມີການຕັ້ງແຄ້ມໃນມື້ໜຶ່ງ ຢູ່ໃນປ່າ ຫຼື ໜອງນຳ້ ຫຼື ສາຍນ້ຳ. ນັກສຶກສາເດີນຂະບວນ, ຕັ້ງຄ້າຍ ແລະ ນໍາໃຊ້ຄວາມຮູ້ທີ່ໄດ້ຮຽນຮູ້ ສໍາລັບມື້ຂອງ
ກິດຈະກໍາ ແລະ ມ່ວນຊື່ນຕາມສາຍນ້ໍາ. ພາບ: ເອກະສານ

ນອກຈາກຫ້ອງຮຽນທີ່ກົມກຽວ ກັບທໍາມະຊາດແລ້ວ, ໂຮງຮຽນ Maya ຍັງມີລະບົບໂຮງງານ ພາກປະຕິບັດຕົວຈິງທີ່ຫຼາກຫຼາຍຮູບ ແບບເຊັ່ນ: ໂຮງຊ່າງໄມ້ ແລະ ຫັນເປັນອັດຕະໂນມັດ, ໂຮງຫັດຖະກຳ, ໂຮງຜະລິດພືດ ແລະ ນິຄົມກະເສດ, ໂຮງສິລະປະ, ໂຮງເຮັດເຂົ້າໜົມ ແລະ ອື່ນໆ ເປັນຕົວແທນຂອງຂະແໜງການ: ອຸດສາຫະກໍາ, ຫັດຖະກໍາ, ກະສິກໍາແລະການຄ້າ-ການບໍລິການ.

Maya ສ້າງໂອກາດໃຫ້ນັກຮຽນ “ເລືອກຢ່າງເສລີ” ທີ່ຕົນເອງມັກ ແລະ ພ້ອມກັນນັ້ນ ກໍ່ໃຫ້ເຂົາເຈົ້າ ມີໂອກາດໄດ້ສຳຜັດກັບ ຊີວິດດ້ານສັງຄົມ ແລະ ເສດຖະກິດຢ່າງເລິກເຊິ່ງ, ກໍ່ຄືສັງເກດ ເຫັນບັນດາຜົນກະທົບຈາກ ການດໍາລົງຊີວິດຂອງມະນຸດ ຕໍ່ລະບົບນິເວດ.

ໝູ່ບ້ານ​ແຫ່ງນີ້ ທັງເປັນໂຮງຮຽນ, ​ທັງເປັນ​ຫຼັງເຮືອນ​​ທຳ​ມະ​ຊາດ​ທີ່ຮັບໃຊ້​ການ​ຮໍ່າຮຽນ​ຂອງ​ນັກຮຽນ, ຊອກຮູ້, ຄົ້ນ​ຄວ້າ, ຜະລິດ ​ແລະ ເຄື່ອນ​ໄຫວຂອງນັກຮຽນ - ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກສາ​ທີ່​ກົມກຽວ ​ແລະ ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ແກ່​ການ​ພັດທະນາ​ຂອງ​ເດັກນ້ອຍ.

ທັດສະນະສຶກສາ 1 ມື້ກັບໂຮງຮຽນ Maya

ໃຊ້​ເວລາ 40 ນາທີ ຈາກ​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄປ​ໂຮງຮຽນ, ນັກ​ຮຽນ Maya ໄດ້​ໃຊ້​ເວລາ 8 ຊົ່ວ​ໂມງ​ຕໍ່​ມື້ ​ໃນ​ບັນຍາກາດ​ທີ່​ເປັນ​ລະບຽບ ​ແລະ ສະຫງົບ​ສຸກ​ທ່າມກາງ​ທຳ​ມະ​ຊາດ​ສີຂຽວ.

ທ່ານ​ນາງ ຫງວຽນ​ເລ​ຈາງ (ຜູ້ຮັບຜິດຊອບ​ພະ​ແນກ​ຊັ້ນ​ປະ​ຖົມ) ໃຫ້​ຮູ້​ວ່າ: ດ້ວຍ​ພື້ນທ່ີ ທີ່​ບໍ່​ມີ​ຊ່ອງຫວ່າງ ແລະ ໄດ້ຮຽນທ່າມ ກາງທຳມະຊາດ, ນັກ​ຮຽນລ້ວນແຕ່​ມີ​ຄວາມ​ສຸກ​ໃນ​ທຸກໆ​ຊົ່ວ​ໂມງ​ຮຽນຂອງຕົນ. ເຂົາເຈົ້າໄດ້ສະແດງທັດສະນະຂອງຕົວເອງ ດ້ວຍຄວາມບໍລິສຸດ ແລະ ໄດ້ຮັບຄວາມເຄົາລົບ”.ທ່ານ​ນາງ​ຈາງ​​ຮູ້ສຶກພໍ​ໃຈ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສິດສອນ​ຢູ່​ທີ່​ນີ້​​ເພາະ​ລູກ​ທັງ​ສອງ​ຂອງ​ເພິ່ນຮຽນ​ເກັ່ງ ​ແລະ ມີ​ຄວາມ​ເປັນ​ເອກະລາດ​ໃນ​ການ​ເຄື່ອນ​ໄຫວ​ດຳລົງຊີວິດທີ່ໂຮງຮຽນ​ແຫ່ງ​ນີ້.

ນັກຮຽນ Maya ເຂົ້າຮ່ວມຫ້ອງຮຽນທາງວິຊາການໃນຕອນເຊົ້າ. ໃນຕອນບ່າຍ, ເຂົາເຈົ້າຈະລົງມືປະຕິບັດຕົວຈິງຫຼືເຂົ້າຮ່ວມ ການເຄື່ອນໄຫວຫຼິ້ນກິລາ-ກິດຈະກໍາການຢູ່ລອດ ແລະ ສະໂມສອນ ສິລະປະຢູ່ໂຮງຮຽນ.

ນອກ​ເໜືອ​ໄປ​ຈາກ​ລະບົບ​ການປະຕິບັດຕົວຈິງ​ກັບ​ຄູ​ສອນ​ທີ່​ເປັນ​ຜູ້​ຊ່ຽວຊານ​ດ້ານ​ວິຊາ​ຊີບ​ແລະ​ຄູ​ສອນ​ຊ່ວຍ​ແລ້ວ, Maya ຍັງ​ຈັດ​ບັນດາ​ສະ​ໂມ​ສອນ​ສິລະ​ປະ​ເຊັ່ນ: keyboard, ລະຄອນລຳ, ສະໂມສອນ​ອ່ານ​ໜັງສື ຫຼື ຫ້ອງ​ຂ່າວ​ຂະໜາດ​ນ້ອຍ​ສຳລັບ​ນັກ​ຂ່າວ​ໜຸ່ມ.

ຄູສອນໃຫ້ນັກຮຽນເຮັດເຄັກ. ພາບ: ຫວຽດເກື່ອງ/VNP 

ການເຄື່ອນໄຫວໃນໂຮງຫັດຖະກຳດ້ວຍໂຄງການຖັກແສ່ວດ້ວຍແຫຼ່ງວັດຖຸດິບຜະລິດຄືນໃໝ່. ພາບ: ຫວຽດເກື່ອງ/VNP 

ຊົ່ວໂມງຮຽນວິຊາເຄມີ ຂອງ ມັດທະຍົມຕອນຕົ້ນ. ພາບ: ເອກະສານ

ນັກສຶກສາກຸ່ມໜຶ່ງເຮັດບົດຝຶກຫັດກ່ຽວກັບ ໂຄງການສ້າງຫຸ່ນ ຍົນໃນໂຮງຊ່າງໄມ້ ແລະ ຫັນເປັນອັດຕະໂນມັດ. ພາບ: ຫວຽດເກື່ອງ/VNP 

ສະໂມສອນດົນຕີໃນ Maya ແມ່ນຂ້ອນຂ້າງອຸດົມສົມບູນ. ພາບ: ເອກະສານ

ຊົ່ວໂມງຝຶກຊ້ອມ ໃນໂຮງວິຈິດສິນ. ພາບ: ຫວຽດເກື່ອງ/VNP 

ໂຮງຮຽນ Maya ແມ່ນສະຖານທີ່ທີ່ນັກຮຽນຝຶກຫັດ ແລະ ຮຽນຮູ້ທັກສະເຮືອນຄົວ. ພາບ: ຫວຽດເກື່ອງ/VNP 

ນອກຈາກປະເພດກິລາເຊັ່ນ: ບານເຕະ, ບານບ້ວງ, ມວຍແລະ ລອຍນ້ໍາ, ນັກຮຽນMayaຈະໄດ້ເຂົ້າຮ່ວມໃນໂຄງການຝຶກ ອົບຮົມທັກສະການຢູ່ລອດແບບບັງຄັບ. ​ໃນ​ລາຍການ​ລວມມີ​ບົດຮຽນ​ກ່ຽວ​ກັບ​ການ​ລອຍ​ນ້ຳ ​ແລະ ການ​ຢູ່​ລອດ​ໃນ​ທຳມະຊາດ ດ້ວຍ​ຫົວ​ຂໍ້​ຄື: ການ​ເຄື່ອນ​ຍ້າຍ, ອາຫານ, ນ້ຳດື່ມ, ທີ່​ພັກ​ອາ​ໄສ.

ພວກຂ້າພະເຈົ້າໄດ້ແບ່ງປັນປະສົບການກັບນັກຮຽນໃນຫ້ອງຮຽນຫຼາຍຫ້ອງ. ​ຢູ່ໂຮງຊ່າງ​ໄມ້ ​ແລະ ​ຫັນເປັນອັດຕະໂນມັດ, ​ໃນ​ເວລາ​ຮຽນ​ສ້າງ​ຫຸ່ນ​ຍົນ, ນັກຮຽນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ອາຈານ ​ໂດ້​ຕຽນ ​ເພື່ອ​ປັບປຸງ​ເຕັກນິກ​, ​ຊ່ວຍ​ໃຫ້​ຫຸ່ນ​ຍົນ​ດຳ​ເນີນ​ງານ​ຢ່າງ​ຄ່ອງ​ແຄ້ວ​ກວ່າ. ນັກຮຽນແຕ່ລະກຸ່ມໄດ້ເຮັດວຽກຢ່າງກະຕືລືລົ້ນ ແລະສົນທະນາກ່ຽວກັບທາງເລືອກສຳລັບຫຸ່ນຍົນຈາກວັດສະດຸ ຣີໄຊເຄິນ. 

ຖັດຈາກນັ້ນແມ່ນໂຮງຫັດຖະກໍາກັບໂຄງການຕັດຫຍິບ-ປັກແສ່ວ ແລະ ໂຄງການແຕ້ມຮູບໃສ່ຜ້າຂອງນັກຮຽນ. ບັນດາ ນັກຮຽນພວມປຶກສາຫາລືກັບນາງ ດັ້ງທິຈາງ - ເຈົ້າຂອງໂຮງງານ ເພື່ອປັບ ຜະລິດຕະພັນຕົວຢ່າງ ແມ່ນກະຕ່າຊັກຜ້າໜ່ວຍໜຶ່ງ, ກະກຽມໃຫ້ແກ່ການຜະລິດຂະໜາດໃຫຍ່.

ໂຮງເຮັດເຂົ້າໜົມຍັງຄຶກຄັກດ້ວຍສຽງນັກຮຽນໂອ້ລົມກັນ, ປະ ສົມແປ້ງ, ຈືນ ແລະ ມີຄວາມສຸກກັບຜົນສຳເລັດໃນການເຮັດ ເຂົ້າໜົມຂອງຕົນເອງ. ເຂົ້າໜົມ crepes ທີ່ມີກິ່ນຫອມຂອງເນີຍ ອອກສີເຫຼືອງເຫັນແລ້ວໜ້າສົນໃຈຫຼາຍ.

ຕະຫຼອດ​ເວລາຂອງຕອນ​ບ່າຍ​ຢູ່​ໝູ່​ບ້ານ​ Maya, ບັນດາສຽງ​ດັງ​ອອກມາຈາກ​ໂຮງ​ງານຜະລິດ, ສຽງ ກີ​ຕາ, ຮ້ອງ​ເພງ, ຊ້ອມ​ໂອ​ເປຣາ, ​ບາດ​ຕີນ​ຂອງ​ການ​ເຕັ້ນ​ຈ່າ-ຈ່າ-ຈ່າ, ສຽງ​ຮ້ອງ​ທີ່​ມີ​ພະລັງ​ຂອງ​ສະ​ໂມ​ສອນ​ມວຍ ​ແລະ ອື່ນໆ. ຢູ່​ທີ່​ນີ້​ເຮັດ​ໃຫ້​ພວກ​ຂ້າພະເຈົ້າແປກ​ໃຈ​ ເພາະ​ຄວາມ​ຮູ້ສຶກ​ທີ່​ແປກ​ປະຫຼາດ​ ແລະ ​ໜ້າ​ສົນ​ໃຈ​ທີ່​ສຸດ.

ບົດ: ບິກເວິນ - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ